ທ່ານປະທານາທິບໍດີ ປາແລັດສະຕິນ (PA) Mamoud Abbas ກ່າວຄຳເຫັນທີ່ກອງປະຊຸມ (ພາບ: AFP/TTXVN)
|
ໃນວັນດຽວກັນ, ເຈົ້າໜ້າທີ່ພັກ Fatah ກຳອຳນາດຫຼາຍທ່ານ ຢູ່ ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ໄດ້ເລັ່ງໃຫ້ວົງການການນຳ PA ອອກມະຕິຮຽກຮ້ອງໃຫ້ຢຸດຕິດການຮ່ວມມືດ້ານຄວາມໝັ້ນຄົງ ແລະ ຢຸດຕິຂໍ້ຕົກລົງສະບັບຕ່າງໆທີ່ໄດ້ລົງນາມກ່ອນນັ້ນກັບ ອິດສະລາແອັນ. ພັກ Fatah ຖືວ່າ ບັນດານະໂຍບາຍ ແລະ ການກະທຳຫຼ້າສຸດຂອງ ອິດສະລາແອັນ “ສະແດງໃຫ້ເຫັນການປະລາໄຊຂອງບາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ” ລະຫວ່າງສອງຝ່າຍ.
ຄຳຮຽກຮ້ອງນີ້ພາດພິງເຖິງການຖະແຫຼງຂ່າວກ່ອນນັ້ນຂອງທ່ານ Benny Gantz ລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະລາແອັນ ກ່ຽວກັບຄວາມຈຳເປັນຂອງ ມາດຕະການ ສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງຝ່າຍ. ໃນຂະນະນັ້ນ, ທ່ານ Gantz ກໍ່ເນັ້ນໜັກວ່າ ອິດສະລາແອັນ ແລະ ປາແລັດສະຕິນ ແບ່ງປັນຜົນປະໂຫຍດໃນການຊຸກຍູ້ການຮ່ວມມືດ້ານຄວາມໝັ້ນຄົງ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງກໍ່ຄືການກໍ່ການຮ້າຍ.

