ວັນທີ 29 ມິຖຸນາ, ບັນດາເຈົ້າໜ້າທີ່ອຳນາດການປົກຄອງຕາລີບານ ຢູ່ອາບການິດສະຖານ ໃຫ້ຮູ້ວ່າເຫດບຸກໂຈມຕີ ຂອງ ປາກິດສະຖານ ເລັ່ງໃສ່ບັນດາແຂວງ Paktia, Paktika ແລະ Kunar ທາງທິດຕາເວັນອອກ ອາບການິດສະຖານ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 36 ຄົນ ແລະ ຜູ້ຮັບບາດເຈັບ 163 ຄົນ. ໃນສື່ສັງຄົມອອນໄລ X, ທ່ານ Hamdullah Fitrat ຮອງໂຄສົກຂອງອຳນາດການປົກຄອງ ຕາລີບານ ໄດ້ຄັດຄ້ານ ການບຸກໂຈມຕີຢ່າງແຮງ, ແລະຖືວ່ານີ້ແມ່ນການກະທຳລະເມີດອະທິປະໄຕ ອາບການິດສະຖານ.
ກ່ອນໜ້ານັ້ນ, ທ່ານ Attaullah Tarar ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ປາກິດສະຖານ ໃຫ້ຮູ້ວ່າ ກອງທັບປະເທດນີ້ໄດ້ປຸກລະດົມການບຸກໂຈມຕີທາງບົກປະສົມກັບການບຸກໂຈມຕີທາງອາກາດທີ່ ເລັ່ງໃສ່ກຸ່ມກະໂບດ Tehreek-e-Taliban ປາກິດສະຖານ ແລະ ກຸ່ມ Jamaat-ul-Ahrar ຢູ່ລຽບຕາມເຂດຊາຍແດນ ປາກິດສະຖານ - ອາບການິດສະຖານ.
