ປ່າ​ສະ​ຫງວນ​ແຫ່ງ​ຊາດ ກຸກ​ເຟືອງ ມີ​ຄວາມ​ເປັນ​ກຽດ​ຫາ​ກໍ່​ໄດ້​ຮັບ​ນາມ​ມະ​ຍົດ ສະ​ຖານ​ທີ່​ນັດ​ພົບ​ທຳ​ມະ​ຊາດ​ທີ່​ໃຫຍ່​ໂຕ​ມະ​ຫາ​ຖານ ດຶງ​ດູດ​ແຂກ​ທ່ອ​ງ​ທ່ຽວ​ແຖວ​ໜ້າ​ໃນ​ປີ 2025”. ນາມ​ມະ​ຍົດ​ນີ້​ໂດຍ​ສະ​ຫະ​ສະ​ມາ​ຄົມ​ການ​ທ່ອງ​ທ່ຽວ ຫວຽດ​ນາມ ປະ​ສານ​ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ນິງ​ບິ່ງ ຈັດ​ຂຶ້ນ​ໃນ​ວັນ​ທີ 9 ກໍ​ລະ​ກົດ, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 66 ປີ​ແຫ່ງວັນ​ສ້າງ​ຕັ້ງ​ຂະ​ແໜງ​ການ​ທ່ອງ​ທ່ຽວ ຫວຽດ​ນາມ (9/7/1960 - 09/7/2026).

ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ລາງວັນ​ລະ​ດັບ​ຊາດປະ​ຈຳ​ປີ ໂດຍ​ສະ​ຫະ​ສະ​ມາ​ຄົມ ທ່ອງ​ທ່ຽວ ຫວຽດ​ນາມ​ປຸກ​ລະ​ດົມ​ເພື່ອ​ແນ​ໃສ່​ເຊີດ​ຊູ​ບັນ​ດາ​ທ້ອງ​ຖິ່ນ, ສະ​ຖານ​ທີ່ທ່ອງ​ທ່ຽວ, ວິ​ສາ​ຫະ​ກິດ ແລະ ອົງ​ການ​​ສຳ​ນັກ​ງານມີ​ການ​ປະ​ກອບ​ສ່ວນ​ທີ່​ພົ້ນ​ເດັ່ນ​ໃຫ້​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ ຕາມ​ທິດ​ທາງ​ຫັນ​ເປັນ​ສີ​ຂຽວ, ຫັນ​ເປັນ​ດີ​ຈີ​ຕອນ, ນະ​ວັດ​ຕະ​ກຳ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ. ເລື່ອງ​ປ່າ​ສະ​ຫງວັນ​ແຫ່ງ​ຊາດ ກຸກ​ເຟືອງ ໄດ້​ຮັບ​ການ​ເຊີດ​ຊູ​ແມ່ນ​ການ​ຢັ້ງ​ຢືນ​ຕໍ່​ວິ​ວັດ​ການກວ່າ 64 ປີ​ຢຶດ​ໝັ້ນ​ກັບ​ພາ​ລະ​ກິດ​ອະ​ນຸ​ລັກ​ຮັກ​ສາ​ທຳ​ມະ​ຊາດ, ​ຮັກ​ສາຊີ​ວະ​ນາໆ​ພັນ ແລະ ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຊຸມ​ຊົນ​ຕາມ​ທິດ​ກົມ​ກຽວ​ລະ​ຫວ່າງ​ການ​ອະ​ນຸ​ລັກ ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.