ອິດສະຣາແອັນ ຢຶດປົກຄອງເຂດຕາເວັນອອກ Jerusalem ໃນສົງຄາມທີ່ເກີດຂຶ້ນເມື່ອປີ 1967, ຫຼັງຈາກນັ້ນ ໄດ້ໂຮມເຂດດິນແດນດັ່ງກ່າວເຂົ້າອິດສະຣາແອນ ແລະ ຖະແຫຼງວ່າ ນະຄອນ Jerusalem ທັງໝົດນັ້ນ ແມ່ນນະຄອນຫຼວງ ທີ່ບໍ່ອາດຕັດແຍກຂອງ ອິດສະຣາແອັນ. ອິດສະຣາແອັນ ຍາມໃດກໍປະຕິເສດສິດພົນລະເມືອງຂອງຊາວ ປາເລັດສະຕິນ ຢູ່ເຂດດິນແດນດັ່ງກ່າວ ແລະ ພຽງແຕ່ອອກໃບອະນຸຍາດ ພັກອາໄສໃຫ້ຊາວ ປາແລັດສະຕິນ ທີ່ດໍາລົງຊີວິດຢູ່ທີ່ນີ້ເທົ່ານັ້ນ. ປະຊາຄົມສາກົນບໍ່ຮັບຮອງຕໍ່ການກະທໍາດັ່ງກ່າວຂອງອິດສະຣາແອັນ, ໃນເມື່ອ ປາແລັດສະຕີນ ຍາມໃດກໍກໍານົດ ເຂດຕາເວັນອອກ Jerusalem ແມ່ນນະຄອນຫຼວງຂອງປະເທດ ປາແລັດສະຕີນ ໃນ ອະນາຄົດ.

ໜັງສືພິມ Times of Israel ໃນວັນທີ 21 ກໍລະກົດ ໃຫ້ຮູ້ວ່າ ທ່ານ Jared Kushner ທີ່ປຶກສາທໍານຽບຂາວ ແລະ ເຈົ້າໜ້າທີ່ຂັ້ນສູງອໍານາດການປົກຄອງລັດຖະບານ ອາເມລິກາ Donal Trump ຈໍານວນໜຶ່ງຈະໄປຍັງພາກຕາເວັນອອກກາງ ໃນອາທິດໜ້າ ເພື່ອປຶກສາຫາລືກ່ຽວກັບແຜນການສັນຕິພາບຢູ່ຕາເວັນອອກກາງ, ຫຼືຍັງເອີ້ນວ່າ “ຂໍ້ຕົກລົງສະຕະວັດ” ເພື່ອແກ້ໄຂການປະທະກັນລະຫວ່າງ ອິດສະຣາແອັນ - ປາແລັດສະຕີນ.