ຕາມປົກກະຕິແລ້ວ, ຄໍາຕັດສິນຂອງ ສານ ICJ ພຽງແຕ່ມີລັກສະນະທາບທາມເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ຖ້າຫາກວ່າ ກ່ອນໜ້ານັ້ນມີການຕົກລົງເຫັນດີຂອງທັງສອງປະເທດ ເວລານັ້ນ ຄໍາຕັດສິນຂອງສານຈະມີລັກສະນະຜູກມັດ. ປັດຈຸບັນ, ໂຄສົກຂອງກະຊວງການຕ່າງປະເທດ ອິນເດຍ ຍັງບໍ່ທັນຍົກອອກຄໍາຄິດເຫັນໃດກ່ຽວກັບການກະທໍາຂອງ ປາກິດສະຖານເທື່ອ.

ຄວາມເຄັ່ງຕຶງໃນການພົວພັນລະຫວ່າງ ອິນເດຍ ແລະ ປາກິດສະຖານເກີດຄວາມເຄັ່ງຕຶງຂຶ້ນ ພາຍຫຼັງທ່ານປະທານາທິບໍດີ ອິນເດຍ Ram Nath Kovind ໄດ້ເຊັນປະກາດໃຊ້ກົດໝາຍວ່າດ້ວຍການແບ່ງແຍກລັດ Jammu ແລະ Kashmir ເມື່ອປີ 2019.