ເວທີປາໄສ “ພະລັງງານ ແລະ ສິ່ງແວດລ້ອມໂລກ - ຫວຽດນາມ 2026” ດ້ວຍຫົວຂໍ້ “ຫວຽດນາມ ຫັນເສັ້ນທາງມຸ່ງໄປສູ່ Net Zero ເປັນລະອຽດ” ຈັດຂຶ້ນໃນວັນທີ 08 ກໍລະກົດ, ຢູ່ ຮ່າໂນ້ຍ. ທີ່ເວທີປາໄສ, ບັນດາບົດປະກອບຄຳເຫັນລ້ວນແຕ່ເປັນເອກະພາບກັນວ່າ ການຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ແລະ ການຫັນເປັນສີຂຽວ ຕ້ອງໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ບົນພື້ນຖານສ້າງລະບົບພະລັງງານທັນສະໄໝ, ສ້າງແຫຼ່ງສະຫຼອງເປັນຫຼາຍຮູບຫຼາຍແບບ, ນຳໃຊ້ແຫຼ່ງຊັບພະຍາກອນຢ່າງມີປະສິດທິຜົນ ແລະ ເສີມຂະຫຍາຍບົດບາດຂອງວິທະຍາສາດ,ເຕັກໂນໂລຊີ, ນະວັດຕະກຳ ແລະ ພາກເອກະຊົນຢ່າງແຮງ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຫງວຽນວັນທັງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ:
“ບັນດາທ້ອງຖິ່ນ, ໂດຍສະເພາະແມ່ນບັນດາບ່ອນທີ່ມີຄວາມສາມາດບົ່ມຊ້ອນກ່ຽວກັບພະລັງງານຜະລິດຄືນໃໝ່, ຕ້ອງເອົາໃຈໃສ່ວາງແຜນຜັງ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຫຼຸດຜ່ອນລະບຽບການບໍລິຫານ ເພື່ອສ້າງເງື່ອນໄຂສູງສຸດໃຫ້ແກ່ບັນດາໂຄງການສີຂຽວ. ລັດຖະບານ ຍາມໃດກໍ່ໜູນຊ່ວຍ, ຮ່ວມເດີນທາງ, ຮັບຟັງ ແລະ ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ແລະ ທ້ອງຖິ່ນ”.
ທ່ານຮອງນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ ສືບຕໍ່ຕັ້ງໜ້າສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ຄູ່ຮ່ວມມືທີ່ກ່ຽວຂ້ອງ ເພື່ອສ້າງບັນດາໂຄງການໜູນຊ່ວຍວິສາຫະກິດຫັນເປັນສີຂຽວ.
