ທ່ານຫົວໜ້າຫ້ອງວ່າການຄະນະລັດຖະບານ ຍີ່ປຸ່ນ Yoshihide Suga ພາບ: EPA/TTXVN

ກ່າວຄຳເຫັນທີ່ກອງປະຊຸມຂ່າວ, ທ່ານ Suga ຊີ້ແຈ້ງວ່າ: “ຍີ່ປຸ່ນ ຢາກສົມທົບກັບ ອາເມລິກາ ແລະ ສ.ເກົາຫຼີ ກ່ຽວກັບນະໂຍບາຍສຳລັບ ສປປ.ເກົາຫຼີ ພ້ອມທັງ ເພີ່ມກຳລັງກົດດັນຕໍ່ ສປປ.ເກົາຫຼີ ຈົນຮອດຍາມໃດ ພຽງຢາງ ປ່ຽນນະໂຍບາຍກ່ຽວກັບໂຄງການນິວເຄຼຍ ແລະ ລູກສອນໄຟນຳວິຖີ”. ທ່ານ Suga ຢັ້ງຢືນວ່າ: “ບໍ່ມີການປ່ຽນແປງໃດໆ” ໃນຫຼັກໝັ້ນນີ້ຂອງ ຍີ່ປຸ່ນ.

ກ່ອນໜ້ານັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Taro Kono ໃຫ້ຮູ້ວ່າ: ຍີ່ປຸ່ນ ຈະ “ແບ່ງປັນຂໍ້ມູນຂ່າວກັບ ສ.ເກົາຫຼີ ແລະ ອາເມລິກາ” ກ່ຽວກັບແຜນການຈັດສົ່ງທູດພິເສດໄປຍັງ ສປປ.ເກົາຫຼີ.