ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມຮວ່າງດ້າວເກືອງ ມອບຊໍ່ດອກໄມ້ໃຫ້ແກ່ນັກດົນຕີ ຮຸຍຕວັນ (ພາບ: Ngoc Anh) |
ບົດເພງມີຄວາມເບີກບານມ່ວນຊື່ນ, ເຂັ້ມແຂງແຮງກ້າ, ສ້າງບັນຍາກາດ ແລະ ສ້າງຄວາມພາກພູມໃຈ ສະແດງໃຫ້ເຫັນແຈ້ງບັນຍາກາດກິລາສະຫງ່າອົງອາດ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 ທີ່ຈັດຂຶ້ນຢູ່ ຫວຽດນາມ. ເນື້ອໃນຂອງບົດເພງໄດ້ແບ່ງອອກເປັນສອງພາສາ, ລວມມີທັງພາສາຫວຽດ ແລະ ພາສາອັງກິດປະສານສຽງເຂົ້າກັນ ດ້ວຍຄວາມໝາຍຍົກສູງນ້ຳໃຈນັກກິລາ, ຄວາມພະຍາຍາມຢ່າງບໍ່ຢຸດເຊົາເພື່ອໃຫ້ບັນລຸຜົນງານສູງສຸດ.
ບົດເພງໄດ້ສົ່ງສານກ່ຽວກັບ ການພັດທະນາ, ຄວາມສາມັກຄີ, ໄມຕີຈິດມິດຕະພາບ ລະຫວ່າງ ຫວຽດນາມ ແລະ ເພື່ອນມິດສາກົນ ພ້ອມກັບຄຳຂວັນຂອງງານມະຫາກຳກິລາຊີເກມ ຄັ້ງທີ 31 - ເພື່ອປະເທດອາຊີຕາເວັນອອກສ່ຽງໃຕ້ທີ່ເຂັ້ມແຂງກວ່າເກົ່າ.

