ພິທີປະກາດບົດລາຍງານ

ບົດລາຍງານໄດ້ຮັບການສ້າງຂຶ້ນບົນພື້ນຖານການອັບເດັດບັນດາຂໍ້ມູນຂ່າວສານການຄາດຄະເນລະດັບເຕີບໂຕດ້ານເສດຖະກິດ ມະຫາພາກ, ການເຕີບໂຕຄວາມຕ້ອງການພະລັງງານຂັ້ນຕົ້ນ ແລະ ຄວາມຕ້ອງການໄຟຟ້າ. ໃນບົດລາຍງານໄດ້ເຕື້ອງເຖິງຮູບແບບ Balmorel ຂອງແດນມາກ, ແມ່ນໂຄງການວາງແຜນຜັງພະລັງງານດີທີ່ສຸດ ເພື່ອຊ່ວຍສ້າງຕັ້ງບັນດາລາຍການພັດທະນາລະບົບໄຟຟ້າຢູ່ ຫວຽດນາມ. ທ່ານ ຮ່ວາງກວກເວື້ອງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ, ການຄ້າ ຫວຽດນາມ ຢືນຢັນວ່າ:

“ລັດຖະບານ ຫວຽດນາມ ແລະ ແດນມາກ ຮ່ວມມືກ່ຽວກັບພະລັງງານແຕ່ປີ 2008 ມາຮອດປະຈຸບັນ, ດ້ວຍແຫຼ່ງເງິນລົງທຶນຂອງລັດຖະບານ ແດນມາກ ສະຫງວນໃຫ້ ຫວຽດນາມ ປະມານ 45 ລ້ານ USD ເພື່ອຮັບໃຊ້ການພັດທະນາ, ການຜັນຂະຫຍາຍບັນດາໂຄງການລະອຽດມຸ່ງໄປເຖິງການນຳໃຊ້ພະລັງງານຢ່າງມີປະສິດທິຜົນຍືນຍົງ. ບົດລາຍງານແງ່ຫວັງພະລັງງານ ຫວຽດນາມ ປີ 2017 ແມ່ນໝາກຜົນແຫ່ງການຮ່ວມມືທີ່ພົ້ນເດັ່ນ ແລະ ແມ່ນຜະລິດຕະພັນມີຄວາມໝາຍສຳຄັນໃນການກຳນົດທິດແຫ່ງການພັດທະນາພະລັງງານຕິດພັນກັບຄາດໝາຍເຕີບໂຕເສດຖະກິດ, ປົກປັກຮັກສາສິ່ງແວດລ້ອມ ແລະ ຄ້ຳປະກັນພະລັງງານຂອງ ຫວຽດນາມ”