ການເດີນທາງ SSEAYP ປີ 2019 ແມ່ນຈະໄປຜ່ານ 5 ປະເທດຄືຍີ່ປຸ່ນ, ຫວຽດນາມ, ສິງກະໂປ, ມຽນມາ ແລະ ມາເລເຊຍ ໃນລະຫວ່າງວັນທີ 23 ເດືອນຕຸລາຫາວັນທີ 13 ທັນວາ ປີ 2019. ໄວໜຸ່ມໃນພາກພື້ນ ຈະມີໂອກາດເພື່ອເປີດກວ້າງມູມມອງອອກສູ່ໂລກ ກໍຄືເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງຕົນ ຜ່ານບັນດາການເຄື່ອນໄຫວໃນກໍ່າປັ່ນ Nippon Maru ແລະ ຢູ່ບັນດາປະເທດທີ່ກໍ່າປັ່ນຈະເຂົ້າທຽບທ່າ.

ບັນຊີລາຍຊື່ຊາວໜຸ່ມດີເດັ່ນ 28 ຄົນ ຈະເຂົ້າຮ່ວມລາຍການ SSEAYP 2019

ພິເສດ, ການເດີນທາງຂອງລາຍການ SSEAYP ປີນີ້ ຈະເລືອກຫວຽດນາມ ເປັນຈຸດນັດພົບທໍາອິດ. ກໍ່າປັ່ນ Nippon Maru ຈະເຂົ້າທຽບທ່າກໍ່າປັ່ນ ນະຄອນໂຮ່ຈີມິນ ໃນວັນທີ 10 ພະຈິກ ແລະ ຈະຢູ່ຫວຽດນາມ 3 ມື້. ນີ້ແມ່ນໂອກາດທີ່ດີ ເພື່ອໃຫ້ຄະນະຜູ້ແທນຊາວໜຸ່ມຫວຽດນາມ ຈັດບັນດາການເຄື່ອນໄຫວທີ່ຫຼາຍຮູບຫຼາຍແບບ ເພື່ອແນໃສ່ແນະນໍາ ແລະ ໂຄສະນາສີສັນວັດທະນະທໍາຂອງປະເທດຕົນເຖິງເພື່ອນມິດສາກົນ. ປີນີ້, ຄະນະຜູ້ແທນຊາວໜຸ່ມຫວຽດນາມ ລວມມີ ຊາວໜຸ່ມດີເດັ່ນ 28 ຄົນ.