ທ່ານ ພັນເອກ ເຢືອງດຶກທ້ວນ, ທູດທະຫານ ຫວຽດນາມ ແນະນໍາປຶ້ມປົກຂາວປ້ອງກັນຊາດ ຫວຽດນາມ 2019 ຢູ່ພິທີ (ພາບ: TTXVN)

ກ່າວຄຳເຫັນໄຂເຫດການນີ້, ທ່ານ ຈີ້ງເທ໊ຮູ່ງ ອຸປະທູດຊົ່ວຄາວ ຫວຽດນາມ ປະຈຳ ອານເຊຣີ ເນັ້ນໜັກວ່າ: ສາຍພົວພັນ ແລະ ການຮ່ວມມືປ້ອງກັນຊາດຈະສ້າງຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດລະຫວ່າງບັນດາປະເທດ, ຫວັງວ່າການຮ່ວມມືປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ອານເຊຣີ ຈະນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາ, ສ້າງເງື່ອນໄຂສະດວກເພື່ອສ້າງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃນອະນາຄົດ.

ກໍ່ຢູ່ທີ່ເຫດການ, ທ່ານ ພັນເອກ ເຢືອງດຶກທ້ວນ, ທູດທະຫານ ຫວຽດນາມ ໄດ້ປະກາດປຶ້ມປົກຂາວປ້ອງກັນຊາດ ຫວຽດນາມ 2019 ໂດຍຢັ້ງຢືນວ່າ ຫວຽດນາມ ເຄົາລົບເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ ແລະ ຜົນປະໂຫຍດຂອງບັນດາປະເທດທັງໝົດຕາມຂໍ້ກຳນົດຂອງກົດໝາຍສາກົນ; ເດັດດ່ຽວ, ຢຶດໝັ້ນປົກປັກຮັກສາອະທິປະໄຕ, ສິດອຳນາດອະທິປະໄຕ, ສິດອຳນາດສານສຳລັບບັນດາເຂດທະເລຂອງຕົນຕາມກົດໝາຍສາກົນ