ທ່ານ Vusumuzi Sibanda ປະທານ ເວທີປາໄສ ADF ໃຫ້ຮູ້ວ່່າ ໄປຄຽງຄູ່່ກັບການຮຽກຮ້ອງໃຫ້ຢຸດຕິບັນດາການບຸກໂຈມຕີເລັ່ງໃສ່ຊາວຕ່າງປະເທດແລ້ວ, ອົງການດັ່ງກ່າວ ຖືວ່າ ລັດຖະບານ ອາຟະລິກາໃຕ້ ຍັງບໍ່ທັນດໍາເນີນການຈັບຕົວ ແລະ ພິພາກສາຜູ້ຄົນຖືກສົງໄສຢ່າງຖົ່ວເຖິງເທື່ອ. ທ່ານ Sibanda ເນັ້ນໜັກວ່າ ບັນດາອົງການເຈົ້າໜ້າທີ່ ຄວນປະຕິບັດບັນດາມາດຕະການຢ່າງແຮງເພື່ອແນໃສ່ສະກັດກັ້ນການບຸກໂຈມຕີ ເລັ່ງໃສ່ຊາວຕ່າງປະເທດອາດຈະເກີດຂຶ້ນໃນໄລຍະຈະມາເຖິງ.