|
(ພາບ: AFP/TTXVN) |
ໃນການຖະແຫຼງ, ຄະນະໜູນຊ່ວຍຂອງ ສະຫະປະຊາຊາດ ປະຈໍາ ອາບການິດສະຖານ (UNAMA) ຊົມເຊີຍຂໍ້ລິເລີ່ມຢຸດຍິງໂດຍມີເງື່ອນໄຂ ແລະຮຽກຮ້ອງລັດຖະບານ ອາບການິດສະຖານ ກໍຄື ຕາລີບານ ຄວນກໍາແໜ້ນກາລະໂອກາດດັ່ງກ່າວ ເພື່ອຢຸດຕິການໃຊ້ຄວາມຮຸນແຮງ. ການຖະແຫຼງຂອງ UNAMA ກໍໃຫ້ຮູ້ວ່າ ຂໍ້ຕົກລົງຫຼ້າສຸດ ກ່ຽວກັບການຢຸດຍິງ ລະຫວ່າງລັດຖະບານ ອາບການິດສະຖານ ແລະ ຕາລີບານ ໄດ້ກູ້ເອົາຊີວິດນັບຮ້ອຍຄົນ ແລະ ແມ່ນການສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາຢາກມີສັນຕິພາບຢ່າງແຮງຂອງທັງສອງຝ່າຍ.

