ລາຍ​ການ​ໂດຍ​ໜັງ​ສື​ພິມ ເຍີນ​ເຢີນ ແລະ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ນະ​ຄອນ ໂຮ່​ຈີ​ມິນ ສົມ​ທົບ​ກັນ​ຈັດ​ຕັ້ງ​, ເພື່ອ​ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີມ​ສະ​ຫຼອງ 81 ປີ​ແຫ່ງ​ວັນ​ຊາດ ຫວຽດນາມ ​ທີ 2 ກັນ​ຍາ​.

​​ເປີດ​ສາກ​ລາຍ​ການ​ດ້ວຍ​ພິທີຊັກ​ທຸງ​ຊາດຂຶ້ນເສົາ​ທີ່​ເຄັ່ງ​ຂຶມ​. ໃນ​ເວລາ​ຊັກ​ທຸງ​ຊາດ​, ບັນ​ດາ​ຜູ້​ແທນ​, ນັກ​ສະ​ແດງ ແລະ ຜູ້​ຊົມ​ພ້ອມ​ກັນ​ຮ້ອງ​ເພງ​ຊາດ ຫວຽດນາມ​.

​ກ່າວ​ຄຳ​ເຫັນ​ທີ່​ລາຍ​ການ​, ທ່ານ ເລກ​ວັກ​ມິງ​, ບັນ​ນາ​ທິ​ການ​ໃຫຍ່ໜັງສືພິມ ເຍີນ​ເຢີນ​, ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາສູນ​ກາງ​, ປະ​ທານ​ສະ​ມາ​ຄົມ ນັກ​ຂ່າວ ຫວຽດ​ນາມ​, ເນັ້ນ​ໜັກ​ວ່າ​:

“​ພວກ​ເຮົາ​ພວມ​ຫຍັບ​ມໍ່​ເຂົ້າ​ກັບ​ບັນ​ດາ​ຂີດ​ໝາຍ​ທີ່​ສັກ​ກະ​ບູ​ຊາ​ຄື​: 100 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໃນ​ປີ 2030, 100 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ປະ​ເທດ​ຊາດ​ໃນ​ປີ 2045. ເສັ້ນ​ທາງ​ໃນ​ຕໍ່​ໜ້າ​ຍັງ​ມີ​ຫຼາຍ​ສິ່ງ​ທ້າ​ທາຍ​, ແຕ່​ແນ່​ນອນ​ວ່າ​ພວກ​ເຮົາ​ຕ້ອງ​ຜ່ານ​ຜ່າ ຍ້ອນ​ວ່າ ພວກ​ເຮົາ​ມີ​ສິ່ງ​ພິ​ເສດ​, ນັ້ນ​ແມ່ນ​: ປະ​ເທດ​ຊາດ​ໃນ​ດວງ​ໃຈ​ແຕ່​ລະ​ຄົນ​. ນຳ​້​ໃຈ​ນັ້ນ​ກໍ່​ແມ່ນ​ແຫຼ່ງ​ບັນ​ດານ​ໃຈ​ໃນຕະ​ຫຼອດ​ລາຍ​ການ​ສະ​ແດງ​ສິ​ລະ​ປະມື້​ນີ້​. ຈາກ​ອະ​ດິດ​ຕະ​ການ​ທີ່​ສະ​ຫງ່າ​ອົງ​ອາດ​ຂອງ​ວິ​ວັດ​ການ​ຕໍ່​ສູ້​ຍາດ​ເອົາເອ​ກະ​ລາດ​, ທ້ອນໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​, ຄວາມ​ເຊື່ອ​ໝັ້ນ​ຕໍ່ ພັກ ແລະ ປະ​ທານ ໂຮ່​ຈິ​ມິນ ໄປເຖິງຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​, ເຈດ​ຈຳ​ນົງ​ອຸ​ທິດ​ສ່ວນ ແລະ ແງ່​ຫວັງ​ສ້າງ​ສາ​ອະ​ນາ​ຄົດ​. ດົນຕີພ້ອມ​ກັບ​ເຕັກ​ໂນໂລຊີການ​ສະ​ແດງ​ທີ່​ທັນ​ສະ​ໄໝ ຈະ​ປະສານເຂົ້າກັນ​ເພື່ອໃຫ້​ເລື່ອງ​ລາວ​ກ່ຽວ​ກັບ​ປະ​ເທດ​ຊາດ ໄດ້​ຮັບ​ການ​ຮັກ​ສາ ດ້ວຍ​ການ​ເສຍ​ສະ​ຫຼະ​ຊີ​ວິດ​, ໄດ້​ສ້າງ​ສາ​ດ້ວຍ​ການ​ອອກ​ແຮງ​ງານ ແລະ ຍາມ​ໃດ​ກໍ່​ປະ​ກົດ​ໃນ​ດວງ​ໃຈ​ຂອງ​ຊາວ ຫວຽດ​ນາມ ແຕ່​ລະ​ຄົນ​”.