ຕອນເຊົ້າວັນທີ 15 ມິຖຸນາ, ທີ່ນະຄອນ ແຣກຢ໊າ, ແຂວງ ກຽນຢາງ ໄດ້ດຳເນີນວັນບຸນບໍລິຈາກເລືອດ ກຽນຢາງ ປີ 2019 ດ້ວຍການເຂົ້າຮ່ວມຂອງບັນດາພະນັກງານ, ກຳມະກອນ, ພາລະກອນ ທີ່ມາຈາກບັນດາຫົວໜ່ວຍຄະນະພັກກຸ່ມວິສາຫະກິດ, ຄະນະພັກກຸ່ມອົງການສຳນັກງານ, ວິທະຍາໄລສາທາລະນະສຸກແຂວງ ກຽນຢາງ ແລະ ປະຊາຊົນມາບໍລິຈາກເລືອດດ້ວຍຄວາມສະໝັກໃຈນັບຫລາຍຮ້ອຍຄົນ.

(ພາບປະກອບ)

ວັນບຸນບໍລິຈາກເລືອດ ກຽນຢາງ 2019 ໄດ້ດຳເນີນໃນລະຫວ່າງວັນທີ 15 – 16 ມິຖຸນາ, ວັນທີ 15 ມິຖຸນາ ຄາດວ່າຈະໄດ້ຮັບເລືອດບໍລິຈາກ 700 ຖົງ.

ວັນທີ 14 ມິຖຸນາ, ຢູ່ແຂວງ ຫວີງລອງ, ດົ່ງທ໊າບ ກໍ່ໄດ້ຈັດຕັ້ງການເຊີດຊູໝູ່ຄະນະ, ຄອບຄົວ, ບຸກຄົນທີ່ດີເດັ່ນໃນຂະບວນການບໍລິຈາກເລືອດອາສາສະໝັກ 2019.