ທ່ານ Miguel Diaz-Canel ປະທານສະພາແຫ່ງລັດ ແລະ ລັດຖະມົນຕີ ກູບາ (ພາບ: Sputnik) |
ສື່ເອເລັກໂຕນິກທາງການ Cubadebate ໄດ້ຄັດສະເໜີຄຳເວົ້າຂອງທ່ານ Dmitri Peskov ໂຄສົກວັງ Kremlin ໂດຍໃຫ້ຮູ້ວ່າ: ການນຳ ກູບາ ຈະມີການພົບປະເຈລະຈາກັບທ່ານປະທານາທິບໍດີປະເທດເຈົ້າພາບ Vladimir Putin ເພື່ອປຶກສາຫາລືກ່ຽວກັບບັນດາແງ່ຫວັງໃນການພັດທະນາຮ່ວມມືຍຸດທະສາດ 2 ຝ່າຍໃນຫລາຍຂົງເຂດ, ພິເສດແມ່ນການຮ່ວມມືດ້ານເຕັກນິກ - ການທະຫານ, ກໍ່ຄືແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ໂລກ.
ນີ້ແມ່ນການຢ້ຽມຢາມ ລັດເຊຍ ຄັ້ງທຳອິດຂອງທ່ານ Miguel Diaz-Canel ດ້ວຍຖານະຕຳແໜ່ງເປັນຜູ້ນຳປະເທດ ກູບາ. ລັດເຊຍ ກໍ່ແມ່ນປະເທດທຳອິດໃນການໄປປະຕິບັດງານຢູ່ຕ່າງປະເທດຂອງທ່ານຢູ່ບັນດາປະເທດ ເອີຣົບ ແລະ ອາຊີ.

