ການນຳ ອາບການິດສະຖານ ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈເຖິງບັນດາຄອບຄົວທີ່ມີຜູ້ເສຍຊີວິດ. ທ່ານປະທານາທິບໍດີ Ashraf Ghani ໃຫ້ຮູ້ວ່າ: ບຸລິມະສິດແຖວໜ້າຂອງລັດຖະບານ ອາບການິດສະຖານ ໃນເວລານີ້ແມ່ນຕິດຕໍ່, ຢ້ຽມຢາມຖາມຂ່າວຄອບຄົວບັນດາຜູ້ປະສົບເຄາະຮ້າຍໃນເຫດບຸກໂຈມຕີສະຫຍົດສະຫຍອງນີ້.
ທ່ານປະທານາທິບໍດີ ອາບການິດສະຖານ Ashraf Ghani (ພາບ: AFP/TTXVN) |
ວັນທີ 18 ສິງຫາ, ໃນຖະແຫຼງການສະບັບໜຶ່ງ, ອົງການກໍ່ການຮ້າຍ “ລັດອິດສະລາມ” (IS) ໄດ້ຍອມຮັບເປັນຕົວການທີ່ໄດ້ກໍ່ເຫດວິນາດສະກຳດັ່ງກ່າວ.

