ທ່ານປະທານາທິບໍດີ Donald Trump (ພາບ: Reuters)

ເມື່ອຕອບສຳພາດຕໍ່ວົງການນັກຂ່າວ ກ່ອນໜ້ານັ້ນ ທ່ານ Rex Tillerson ລັດຖະມົນຕີການຕ່າງປະເທດ ອາເມລິກາ ເນັ້ນໜັກວ່າ ທ່ານເອງ ແລະ ທ່ານປະທານາທິບໍດີ Donald Trump ລ້ວນແຕ່ບໍ່ຖືວ່າ: ບັນດາມາດຕະການລົງໂທດໃໝ່ ຈະມີຜົນປະໂຫຍດໃຫ້ແກ່ຄວາມມານະພະຍາຍາມດ້ານການທູດລະຫວ່າງ ວໍຊິງຕັນ ແລະ ມົດສະກູ. ໃນຂະນະນັ້ນ, ທ່ານຮອງປະທານາທິບໍດີ Mike Pence ໃຫ້ສັງເກດວ່າ ຮ່າງກົດໝາຍດັ່ງກ່າວ ສະແດງໃຫ້ເຫັນ “ທັດສະນະເປັນເອກະພາບ” ລະຫວ່າງຜູ້ນຳໜ້າທຳນຽບຂາວ ແລະ ສະພາແຫ່ງຊາດ.