ທ່ານ Donald Trump, ປະທານາທິບໍດີ ອາເມລິກາ

(ພາບປະກອບ)

ຕາມຖະແຫຼງການຂອງທຳນຽບຂາວແລ້ວ, ໃນການໂອ້ລົມທາງໂທລະສັບ, ການນຳ 2 ທ່ານໄດ້ປຶກສາຫາລືກ່ຽວກັບການເພີ່ມທະວີການສົມທົບກັນເຄື່ອນໄຫວຢູ່ ຊີຣີ ແລະ ອີຣັກ, ກໍ່ຄືບັນດາມາດຕະການ “ສະກັດກັ້ນການເພີ່ມທະວີຜົນສະທ້ອນຈາກ ອີຣານ”. 2 ຝ່າຍພ້ອມກັນແລກປ່ຽນກ່ຽວກັບບັນດາຄວາມມານະພະຍາຍາມຊອກຫາມາດຕະການການເມືອງຢູ່ ລີບີ ແລະ ສະກັດກັ້ນບັນດາການເຄື່ອນໄຫວກໍ່ການຮ້າຍຢູ່ເຂດ Sahel ຂອງ ອາບຟຣີກາ. ສຳລັບບັນຫາ Venezuela, ທ່ານປະທານາທິບໍດີ Trump ແລະ ຄູ່ຕຳແໜ່ງ Macron ໄດ້ເຫັນດີເປັນເອກະສັນວ່າ ອຳນາດການປົກຄອງຂອງທ່ານ ປະທານາທິບໍດີ Nicola Maduro ຕ້ອງ “ຟື້ນຟູສິດຂອງປະຊາຊົນ Venezuela”, ໃນສະພາບການທີ່ສະພາແຫ່ງຊາດຊຸດໃຫມ່ຂອງ Venezuela ໄດ້ສະເໜີຕົວຢ່າງເປັນທາງການໃນວັນທີ 4 ສິງຫາ.