ທ່ານ Donald Trump, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຖະ​ແຫຼງວ່າ ອາ​ເມ​ລິ​ກາ ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ອັນ​ໃຫຍ່​ຫຼວງ​ໃນ​ບັນ​ດ​າບັ້ນ​ຮົບ​ຢູ່ ອີ​ຣານ ແລະ ເວ​ເນ​ຊູ​ເອ​ລາ; ພ້ອມ​ກັນ​ນັ້ນ ​ກໍ່​ກ່າວ​ເຕືອນ​ອາດ​ຈະ​ດຳ​ເນີນ​ການ​ບຸກ​ໂຈ​ມ​ຕີ​ແນ​ໃສ່​ຮາກ​ຖານ​ນິວ​ເຄຼຍ​ ໃຕ້​ດິນ​ຂອງ ອີ​ຣານ ຕື່ມ​ອີກ.

ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ໃນ​ຕອນ​ບ່າ​ຍ​ວັນ​ທີ 04 ກັນ​ຍາ, ຢູ່​ທຳ​ນຽບ​ຂາວ, ທີ່​ນະ​ຄອນ​ຫຼວງ ວໍ​ຊິງ​ຕັນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ຖະ​ແຫຼງວ່າ ​ໄດ້​ຄວບ​ຄຸມ​ ເວ​ເນ​ຊູ​ເອ​ລາ ແລະ ໂດຍ​ພື້ນ​ຖານ​ແມ່ນໄດ້​ຄວບ​ຄຸມ ອີ​ຣານ ແລ້ວ. ທ່ານກໍ່​ກ່າວ​ເຕືອ​ນບັ້ນ​ການ​ທະ​ຫານ​ຂອງ ອາ​ເມ​ລິ​ກາ ອາດ​ຈະ​ຍັງ​ບໍ່​ທັນ​ສິ້ນ​ສຸດ​ລົງ. ເມື່ອ​ໄດ້​ຖາມ​ກ່ຽວ​ກັບ​ຮາກ​ຖານ​ນິວ​ເຄຼຍ​ຢູ່​ພູ Pickaxe ຂອງ​ ອີ​ຣານ, ທ່ານ​ໃຫ້​ຮູ້​ວ່າ ອາ​ເມ​ລິ​ກາ ອາດ​ຈະ​ບຸກ​ໂຈມ​ຕີ​ສະ​ຖານ​ທີ່ນີ້ “ໃນ​ໄວໆນີ້".