(ພາບ: REUTERS)
ວັນທີ 30 ກໍລະກົດ, ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ຖະແຫຼງວ່າ ຈະ “ບຸກໂຈມຕີຢ່າງແຮງ” ແນໃສ່ ອີຣານ ພາຍຫຼັງບັນດາການບຸກໂຈມຕີແນໃສ່ກຳລັງ ອາເມລິກາ ຢູ່ຕາເວັນອອກກາງ, ພ້ອມກັນນັ້ນ ກໍ່ຢືນຢັນວ່າ ຍັງເປີດຊ່ອງຫວ່າງຄວາມອາດສາມາດບັນລຸໄດ້ຂໍ້ຕົກລົງ ເພື່ອແນໃສ່ຢຸດຕິສົງຄາມ.
ຄຳຖະແຫຼງດັ່ງກ່າວໄດ້ຍົກອອກມາພາຍຫຼັງທີ່ກອງບັນຊາການສູນກາງ ອາເມລິກາ (CENTCOM) ໃຫ້ຮູ້ວ່າ ຈະຕີສະກັດການບຸກໂຈມຕີດ້ວຍລູກສອນໄຟນຳວິຖີທີ່ແນໃສ່ກຳລັງ ອາເມລິກາ ຢູ່ ຈໍແດນ. ກ່ອນໜ້ານັ້ນ, ບັນດາກຳລັງພິທັກຮັກສາປະຕິວັດ ອິດສະລາມ ອີຣານ (IRGC) ຖະແຫຼງໄດ້ຍິງລູກສອນໄຟຫຼາຍລູກແນໃສ່ຖານທີ່ໝັ້ນກອງທັບອາກາດ ແລະ ສູນບັນຊາການດ້ານການທະຫານແຫ່ງໜຶ່ງຂອງ ອາເມລິກາ ຢູ່ປະເທດນີ້. ຕາມຝ່າຍ ອາເມລິກາ, ລູກສອນໄຟທັງໝົດຖືກຕີສະກັດ ແລະ ບໍ່ກໍ່ຄວາມບາດເຈັບລົ້ມຕາຍ.
ພາຍຫຼັງເກີດເຫດ, ອາເມລິກາ ໄດ້ສົມທົບກັບ ຊະອຸດີ ອາຣາເບຍ ດຳເນີນບັນດາການບຸກໂຈມຕີທາງອາກາດ ແນໃສ່ຫຼາຍເປົ້າໝາຍຂອງກຸ່ມປະກອບອາວຸດທີ່ສະໜັບສະໜູນ ອີຣານ ຢູ່ທາງທິດຕາເວັນອອກ ອີຣັກ.
