(ພາບປະກອບ/AFP/TTXVN ) |
ຄຳຖະແຫຼງນີ້ ສະແດງໃຫ້ເຫັນວ່າ ວໍຊິງຕັນ ບໍ່ມີສັນຍານທີ່ຈະຫລຸດຜ່ອນຄວາມເຄັ່ງຕຶງປີນຂັ້ນໄດດ້ານການຄ້າກັບ ປັກກິ່ງ.
ເມື່ອຕອບສຳພາດຕໍ່ສຳນັກຂ່າວສານ Fox News, ທ່ານປະທານາທິບໍດີ Donald Trump ເນັ້ນໜັກວ່າ: ບັນດາມາດຕະການຈັດວາງອັດຕາພາສີທີ່ແນໃສ່ສິນຄ້ານຳເຂົ້າຈາກ ຈີນ ໄດ້ມີ “ການກະທົບຢ່າງແຮງ” ຕໍ່ພື້ນຖານເສດຖະກິດໃຫຍ່ອັນດັບທີ 2 ໃນໂລກ. ທ່ານກໍ່ຖືວ່າ: ພື້ນຖານເສດຖະກິດ ຈີນ ໂດຍພື້ນຖານແລ້ວ ແມ່ນຖືກຊຸດໂຊມ, ພ້ອມທັງກ່າວເຕືອນວ່າ ຈະກໍ່ຄວາມກົດດັນຕື່ມອີກ ຖ້າຫາກທ່ານຕ້ອງການ. ທ່ານ Donald Trump ເນັ້ນໜັກວ່າ “ຂ້າພະເຈົ້າບໍ່ຢາກເຮັດຄືດັ່ງກ່າວ ແຕ່ ຈີນ ຕ້ອງກັບຄືນໂຕະເຈລະຈາ”.
ການນຳ ອາເມລິກາ ກໍ່ຖືວ່າ ເຖິງວ່າ ຈີນ ຢາກດຳເນີນການເຈລະຈາກໍ່ຕາມ ແຕ່ທ່ານບໍ່ເຊື່ອໝັ້ນຕໍ່ການໄດ້ກຽມພ້ອມຂອງເຂົາເຈົ້າ.

