ຄຳສັ່ງດັ່ງກ່າວ ໄດ້ຍົກອອກມາ ໃນສະພາບຄວາມເຄັ່ງຕຶງປີນຂັ້ນໄດລະຫວ່າງ ວໍຊິງຕັນ ແລະ ເຕເຮຣານ, ເປັນຕົ້ນແມ່ນ ພາຍຫລັງບັນດາເຫດເຮືອບິນບໍ່ມີຄົນຂັບບຸກໂຈມຕີໃສ່ 2 ໂຮງງານກັ່ນນ້ຳມັນຂອງ ອາຣັບບິ ຊະອຸດິ, ເຊິ່ງເຈົ້າໜ້າທີ່ ອາເມລິກາ ບາງທ່ານໄດ້ຖິ້ມໂທດໃຫ້ ອີຣານ ວ່າໄດ້ດຳເນີນເຫດບຸກໂຈມຕີດັ່ງກ່າວ.

ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: AFP/ TTXVN)

ທ່ານປະທານາທິບໍດີ Donald Trump ກໍ່ປະກາດການກະທຳນີ້ຜ່ານທາງສື່ສັງຄົມອອນລາຍ Twitter, ແຕ່ບໍ່ເຜີຍລາຍລະອຽດຕື່ມອີກ.

ກ່ອນໜ້ານັ້ນ, ໃນຈົດໝາຍທາງການທີ່ສົ່ງເຖິງ ອາເມລິກາ ຜ່ານຄະນະປະຕິບັດງານທີ່ເປັນຕົວແທນໃຫ້ແກ່ຜົນປະໂຫຍດຂອງ ອາເມລິກາ ສັງກັດສະຖານທູດ ຊູແອັດ ຢູ່ ເຕເຮຣານ, ອີຣານ ໄດ້ຢັ້ງຢືນຄືນໃໝ່ວ່າ ບໍ່ໄດ້ຢູ່ເບື້ອງຫລັງບັນດາເຫດບຸກໂຈມຕີດັ່ງກ່າວ, ພ້ອມທັງກ່າວເຕືອນວ່າ ຈະໂຕ້ຕອບທຸກການກະທຳຂອງ ອາເມລິກາ ທີ່ຕ້ານຄືນ ອີຣານ ໃນທັນທີ.