ການນຳ ສປປ.ເກົາຫຼີ Kim Jong-un ແລະ ປະທານາທິບໍດີ ອາເມລິກາ Donald Trump (ພາບ: AFP/TTXVN))

ທ່ານກໍ່ເນັ້ນໜັກວ່າ ການນຳ ສປປ.ເກົາຫຼີ Kim Jong-un “ຈະຊອກຫາເສັ້ນທາງອື່ນໆ”.

ໃນຂະນະນັ້ນ, ວັນທີ 10 ສິງຫາ, ທ່ານ James Mattis ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໃຫ້ຮູ້ວ່າ: ບັນດາຄວາມມານະພະຍາຍາມທາງການທູດ ໄດ້ນຳໝາກຜົນມາໃຫ້ ແລະ ເນັ້ນໜັກວ່າ ປະຈຸບັນ ວໍຊິງຕັນ ພວມຮັກສາຕາມທິດນີ້. ທ່ານກໍ່ຊີ້ແຈ້ງວ່າ ວິນາດສະກຳສົງຄາມແມ່ນຮ້າຍແຮງທີ່ສຸດ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໃຫ້ຮູ້ວ່າ: ໜ້າທີ່ ແລະ ຄວາມຮັບຜິດຊອບຂອງທ່ານ ແມ່ນກຽມພ້ອມບັນດາວິທີດ້ານການທະຫານ “ໃນກໍລະນີທີ່ມີຄວາມຈຳເປັນ”.