ວັນທີ 26 ພະຈິກ, ທ່ານນາງປະທານາທິບໍດີ ເມັກຊີໂກ Claudia Sheinbaum ນາບຂູ່ວ່າ ຈະໂຕ້ຕອບດ້ວຍພາສີສຳລັບ ອາເມລິກາ, ພາຍຫຼັງທ່ານປະທານາທິບໍດີຫາກໍ່ຮັບເລືອກຕັ້ງຄືນໃໝ່ Donanld Trump ໄດ້ເຈາະຈິ້ມວ່າ ທ່ານຈະຈັດວາງພາສີ 25% ສຳລັບສິນຄ້າທີ່ນຳເຂົ້າຈາກ ເມັກຊີໂກ ຖ້າຫາກປະເທດນີ້ບໍ່ສະກັດກັ້ນກະແສຢາເສບຕິດລັກນຳເຂົ້າ ອາເມລິກາ.

ໃນບົດກ່າວປາໄສໃນວັນທີ 26 ພະຈິກ, ທ່ານນາງປະທານາທິບໍດີ Claudia Sheinbaum ໃຫ້ຮູ້ວ່າ, ຢາເສບຕິດແມ່ນບັນຫາຂອງ ອາເມລິກາ, ບໍ່ແມ່ນບັນຫາຂອງ ເມັກຊີໂກ ແລະ ທ່ານຖືວ່າ, ເລື່ອງຈັດວາງພາສີອາດຈະກໍ່ຄວາມເສຍຫາຍເຖິງບັນດານັກຜະລິດລົດໂອໂຕຂອງ ອາເມລິກາ ທີ່ມີໂຮງງານຕັ້ງຢູ່ທັງ 2 ເຂດຊາຍແດນຂອງ ອາເມລິກາ - ເມັກຊີໂກ. ເຖິງຢ່າງໃດກໍ່ຕາມ, ທ່ານໄດ້ສະເໜີໂອ້ລົມກ່ຽວກັບບັນຫາດັ່ງກ່າວກັບທ່ານ Donanld Trump ເມື່ອໃຫ້ຮູ້ວ່າ: “ການເຈລະຈາແມ່ນເສັ້ນທາງດີທີ່ສຸດເພື່ອບັນລຸໄດ້ຄວາມຮູ້ຄວາມເຂົ້າໃຈ, ສັນຕິພາບ ແລະ ວັດທະນະຖາວອນໃຫ້ແກ່ 2 ປະເທດ”.

ໃນເຫດການທີ່ກ່ຽວຂ້ອງ, ຕາມແຫຼ່ງຂໍ້ມູນໃນເວັບໄຊກະຊວງການຄ້າ ຈີນ, ເມື່ອຕອບສຳພາດຕໍ່ນັກຂ່າວໃນວັນທີ 26 ພະຈິກ ຕໍ່ເລື່ອງ, ອາເມລິກາ ຈັດ 29 ບໍລິສັດຂອງ ຈີນເຂົ້າບັນຊີດຳການນຳເຂົ້າ, ໂຄສົກກະຊວງການຄ້າປະເທດນີ້ໄດ້ຕຳໜິຕິຕຽນ ແລະ ຄັດຄ້ານຢ່າງແຮງ, ທ່ານໃຫ້ຮູ້ວ່າ ໄດ້ມີການແລກປ່ຽນຢ່າງແຮງກັບ ອາເມລິກາ. ພ້ອມທັງຮຽກຮ້ອງໃຫ້ ອາເມລິກາ ຢຸດຕິການຄອບງຳດ້ານການເມືອງ ແລະ ເຮັດໃຫ້ສູນເສຍອິດທິພົນຊື່ສຽງ, ຢຸດຕິການປາບປາມຢ່າງໄຮ້ເຫດຜົນຕໍ່ບັນດາບໍລິສັດຂອງ ຈີນ. ຈີນ ຈະຈັດວາງບັນດາມາດຕະການທີ່ຈຳເປັນເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາບໍລິສັດຂອງປະເທດນີ້.