|
ພາບ:vietnam+ |
ກ່າວຄຳເຫັນຕໍ່ບັນດາຜູ້ສະຫນັບສະຫນູນທີ່ພິທີສະເຫລີມສະຫລອງ 20 ປີແຫ່ງການປະຕິວັດ Bolivar, ທ່ານ Maduro ໃຫ້ຮູ້ວ່າ ທ່ານເອງສະຫນັບສະຫນູນຂໍ້ສະເຫນີຂອງສະພາແຫ່ງຊາດຕາມລັດຖະທຳມະນູນ ແລະ ຮຽກຮ້ອງຈັດຕັ້ງການເລືອກຕັ້ງສະພາແຫ່ງຊາດໃນປີນີ້ ຊື່ງຕາມແຜນການແມ່ນດຳເນີນໃນທ້າຍປີຫນ້າ.
ໃນວັນດຽວກັນ, ປະທານາທິບໍດີ ເວເນຊູເອລາ ຖະແຫລງວ່າ ກົນອຸບາຍການລັດຖະປະຫານ ແລະ ບັນດາແຜນການຕ້ານທຳລາຍອຳນາດການປົກຄອງປະຕິວັດ Bolivar ໂດຍ ອາເມລິກາ ແລະ ຝ່າຍຄ້ານຢູ່ພາຍໃນປະເທດປະຕິບັດແມ່ນຖືກປະລາໄຊແລ້ວ.

