ທ່ານປະທານາທິບໍດີ ຟີລິບປີນ Rodrigo Duterte (ພາບ: TTXVN)

ເພື່ອແນໃສ່ກວາດລ້າງບັນດາມືປືນທີ່ສະໜັບສະໜູນອົງການກໍ່ການຮ້າຍລັດອິດສະລາມ (IS) ພາຍຫລັງບັນດາພວກກະບົດນີ້ ຖືກຕີປະລາໄຊຢູ່ນະຄອນ ມາຣາວີ ພຽງ 2,3 ວັນ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ຫົວໜ້າເສນາທິການບັນດາກຳລັງປະກອບອາວຸດ ຟີລິບປີນ ຄົນໃໝ່ ທ່ານພົນຕີ Rey Leonardo Guerrero ໄດ້ຢືນຢັນຂໍ້ມູນຂ່າວດັ່ງກ່າວ, ພ້ອມທັງເນັ້ນໜັກວ່າ ກອງທັບພວມສ້າງແຜນການກໍ່ຄວາມດັນ ແລະ ຮັກສາບັນດາຄວາມມານະພະຍາຍາມ ເພື່ອແນໃສ່ດັບສູນພວກກະບົດທີ່ສະໜັບສະໜູນ IS ຢ່າງສົມບູນ ແລະ ຢຸດຕິການປະທະກັນດ້ານອາວຸດຢູ່ປະເທດນີ້. ຕາມທ່ານ Rey Leonardo Guerrero ແລ້ວ, ການນຳ ຟີລິບປີນ ຍັງອອກຄຳສັ່ງໃຫ້ກອງທັບຜາບແຜ້ໄຊພວກກະບົດ “ກອງທັບປະຊາຊົນໃໝ່” (NPA).