ຄຳ​ກ່າວ​ປາ​ໄສ​ດັ່ງ​ກ່າວ​ໂດຍ​ທ່ານ Masoud Pezeshkian, ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ ຍົກ​ອອກ​ມາ​ໃນ​ວັນ​ທີ 31 ສິງ​ຫາ, ກ່ອນ​ຈັດ​ກອງ​ປະ​ຊຸມຊຸດຍອດ​ອົງ​ການ​ຮ່ວມ​ມື ຊຽງ​ໄຮ (SCO) ຢູ່ Kyrgyzstan. ທ່ານ​ເນັ້​ນ​ໜັກ​ວ່າ ຄວາມ​ຂາດ​ສະ​ຖຽ​ນ​ລະ​ພາບ ແລະ ສະ​ພາບ​ວຸ້ນ​ວາຍ​ໃນ​ພາກ​ພື້ນ​ຈະ​ບໍ່​ມີ​ຜົນ​ປະ​ໂຫຍດ​ຕໍ່​ປະ​ເທດ​ໃດ​; ພ້ອມ​ກັນ​ນັ້ນ ຮຽກ​ຮ້ອງ​ໃຫ້ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ຮ່ວມມ​ື​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ ແລະ ການ​ພັດ​ທະ​ນາ. ທ່ານ​ເຊື່ອ​ໝັ້ນ​ວ່າ ມາດ​ຕະ​ການ​ແກ້​ໄຂ​ໃຫ້​ບັນ​ຫາ​ໃນ​ປະ​ຈຸ​ບັນ​ແມ່ນ​ການ​ໂອ້​ລົມ​ສົນ​ທະ​ນາ ແລະ ຮ່ວມ​ມື, ໄປ​ພ້ອມ​ກັບ​ການ​ນຳ​ໃຊ້​ທຸກ​ແຫຼ່ງ​ກຳ​ລັງ​ຢ່າງ​ສຸດ​ຂີດ​ເພື່ອ​ສະ​ກັດ​ກັ້ນ​​ສະ​ພາບ​ຂາດ​ສະ​ຖຽ​ນ​ລະ​ພາບ ແລະ ການ​ປະ​ທະ​ກັນ​ທີ່​ພວມ​ແຜ່​ກະ​ຈາຍ​ຢ່າງກວ້າງ​ຂວາງ.

ສ່ວນ​ຝ່າຍ ອາ​ເມ​ລິ​ກາ, ເມື່​ອ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸ​ມ​ລັດ​ຖະ​ມົນ​ຕີ​ການ​ເງິນ ແລະ ຜູ້​ວ່າ​ການ​ທະ​ຫານ​ສູນ​ກາງ G20 ຢູ່ Asheville, ​ລັດNorth Carolina (ອາ​ເມ​ລິ​ກາ), ທ່ານ Scott Bessent, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​​ປິດ​ລ້ອມ ແລະ ເພີ່ມ​ຄວາມ​ກົດ​ດັນ​ຕໍ່​ກັບ​ເສດ​ຖະ​ກິດ​ຂອງ ເຕ​ເຮ​ຣານ.