ເມື່ອຕອບສຳພາດຕໍ່ນັກຂ່າວຂ່າວສານຫວຽດນາມ ຢູ່ ອັກຊັງຕີນ ເນື່ອງໃນໂອກາດທ່ານ Mauricio Macri ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ, ທ່ານ ດັ້ງຊວນຢູງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອັກຊັງຕີນ ຖືວ່າ: ການຢ້ຽມຢາມຫວຽດນາມ ຂອງທ່ານ Mauricio Macri ຈະສ້າງກຳລັງຊຸກຍູ້ໃຫ້ການພົວພັນສອງຝ່າຍ. ທ່ານ ດັ້ງຊວນຢູງ ມີຄວາມເຊື່ອໝັ້ນຕໍ່ແງ່ຫວັງອັນສົດໃສຂອງການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ.