ວັນທີ 20 ພຶດສະພາ, ປະທານາທິບໍດີ ລັດເຊຍ Vladimir Putin ໄດ້ກ່າວເຕືອນບາງເຫດບຸກໂຈມຕີທາງເຄືອຂ່າຍອິນເຕີແນັດ ໂດຍຕ່າງປະເທດປະຕິບັດ ເພື່ອເລັ່ງໃສ່ລັດເຊຍ ທີ່ພວມເພີ່ມຂຶ້ນ ແລະ ມົດສະກູ ຄວນຍົກສູງກຳລັງຄວາມສາມາດປ້ອງກັນທາງເຄືອຂ່າຍອິນເຕີແນັດ ດ້ວຍວິທີຈຳກັດການນຳໃຊ້ຊອບແວ ແລະ ຮາດແວ ຂອງປະເທດນີ້.

ກ່າວຄຳເຫັນທີ່ການຖະແຫລງຂ່າວກັບສະພາປ້ອງກັນຄວາມສະຫງົບ ລັດເຊຍ, ທ່ານປະທານາທິບໍດີ ລັດເຊຍ ຊີ້ແຈ້ງວ່າ ພວມມີການກະທຳຢຸດຕິຊົ່ວຄາວການເຄື່ອນໄຫວທາງອິນເຕີແນັດໃນບັນດາພື້ນຖານໂຄງລ່າງຂໍ້ມູນຂ່າວສານສຳຄັນຂອງລັດເຊຍ . ທ່ານຍັງໃຫ້ຮູ້ວ່າ: ເປົ້າໝາຍຂອງເຫດບຸກໂຈມຕີ ສ່ວນຫລາຍແມ່ນເລັ່ງໃສ່ບັນດາພາຫະນະສື່ສານ ແລະ ອົງການການເງິນ.