ສຳ​ນັກ​ຂ່າວ​ສານ RIA Novosti ໄດ້​ຄັດ​ຄຳ​ເວົ້​າ​ຂອງ ​ທ່ານ Yuri Ushakov, ຜູ້​ຊ່ວຍ​ວຽກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ໂດຍ​ໃຫ້​ຮູ້​ວ່າ ໃນ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ, ທ່ານປະ​ທາ​ນາ​ທິ​ບໍ​ດີ Vladimir Putin​ ໄດ້​ຕີ​ລ​າ​ຄາ​ຢ່າງ​ຕັ້ງ​ໜ້າ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາ​ມ​ໄກ່​ເກຍ​ຂອງ ຝ່​າຍ ອາ​ເມ​ລິ​ກາ ແລະ ທ່ານປະ​ທາ​ນາ​ທິ​ບໍ​ດີ Donald Trump ເອງ ເພື່ອ​ຊອກ​ຫາ​ມາດ​ຕະ​ການ​ແກ້​ໄຂ​ໃຫ້​ແກ່​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼ​ນ. ທ່ານ​ໃຫ້​ຮູ້​ວ່າ ທ່ານ Vladimir Putin ໄດ້​ແລກ​ປ່ຽນ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ຕີ​ລາ​ຄາສະ​ພາບ​​ພື້ນ​ທີ່​ຕົວ​ຈິງ​ຢູ່ ຢູ​ແກຼນ, ກໍ​ຄື​ທັດ​ສະ​ນະ​ຂອງ ມົດ​ສະ​ກູ ກ່ຽວ​ກັບ​ແງ່​ຫວັງ​ທີ່​ບັນ​ລຸ​ໄດ້. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ກໍ່​ຖື​ວ່າ ອາ​ເມ​ລິ​ກາ ອາດສາ​ມາດ​ປະ​ຕິ​ບັດ​ມາດ​ຕະ​ການ​ຈຳ​ນວນ​ໜຶ່ງ ເພື່ອ​ປ​ະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຢຸ​ດ​ຕ​ິ​ການ​ປ​ະ​ທະ​ກັນ, ແຕ່ບໍ່​ເຜີຍ​ລາຍ​ລະ​ອ​ຽດ​ເທື່ອ.

ປະ​ຈຸ​ບັນ, ທຳ​ນຽບ​ຂາວ​ຍັງ​ບໍ່​ທັນ​ຍົກ​ກ​ອອກ​ຄຳ​ວິ​ເຄາະ​ເປັນ​ທາງ​ການ​ກ່ຽວ​ກັບ​ການ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ​ການ​ນຳ ລັດ​ເຊຍ ແລະ ອາ​ເມ​ລິ​ກາ.