ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ​ລັດ​ເຊຍ ຢ່​າງ​ເປັນ​ທາງ​ການຂອງ​ ທ່ານ Min Aung Hlaing ​ປະ​ທາ​ນາ​ທິ​ບໍ​ດີ ມຽນ​ມາ, ວັນ​ທີ 18 ສິງ​ຫາ, ຢູ່​ວັງ Kremlin, ທ່ານ Vladimir Putin ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ໄດ້ໂອ້ລົມ​ເຈ​ລະ​ຈາ​ກັບ​ຄູ່​ຮ່ວມ​ຕຳ​ແໜ່ງ ມຽນ​ມາ, ແລກ​ປ່ຽນ​ກ່ຽວ​ກັບ​ການ​ພົວ​ພັນ​ສອງ​ຝ່າຍ.

ກ່າວ​ຄຳ​ເຫັນ​ທີ່​ການ​ເຈ​ລະ​ຈາ, ທ່ານ Vladimir Putin ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ໄດ້​ເນັ້ນ​ໜັກ​ວ່າ ການ​ພົວ​ພັນ​ລະ​ຫວ່າງ ​ລັດ​ເຊຍ ແລະ ມຽນ​ມາ ​ພວມ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ, ພ້ອ​ມ​ທັງ​ຕີ​ລາ​ຄາ​ສູງ​ການ​ປະ​ສານ​ສົມ​ທົບ​ຂອງ​ປະ​ເທດ​ນີ້​ໃນ​ການ​ພົວ​ພັນ​ລະ​ຫວ່າງ ລັດ​ເຊຍ ແລະ ອາ​ຊຽນ.

ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ສ້າງ​ຕັ້ງ​ແຕ່​ປີ 1948 ແລະ ມີ​ການ​ພັດ​ທ​ະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ພິ​ເສດ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ​ນັບ​ມື້​ນັບ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ. ພວກ​ຂ້າ​ພະ​ເຈົ້າ​ຂອບ​ໃຈ​ທ່ານ​ທີ່ໄດ້​ສະ​ໜັບ​ສະ​ໜູນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ລັດ​ເຊຍ ແລະ ອາ​ຊຽນ. ສອງ​ປະ​ເທດ​ຕັ້ງ​ໜ້າ​​ປະ​ສາ​ນ​ສົມ​ທົບ​ໃນ​ເວ​ທີ​ສາ​ກົນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຮົາ​ຕ້ອງ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ໃນ​ນັ້ນ​ສອງ​ຝ່າຍ​ໄດ້​ມີ​ບັນ​ດາ​ພື້ນ​ຖານ ແລະ ໂຄງ​ການ​ທີ່​ດີ. ການ​ພົວ​ພັນ​ໃນ​ຂົງ​ເຂ​ດ​ຄວາມ​ໝັ້ນ​ຄົງ​ກໍ່ພວມ​ໄດ້ຮັບ​ການ​ເພີ່ມ​ທະ​ວີ.

ສ່ວນ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Min Aung Hlaing ຢັ້ງ​ຢືນ​ວ່າ ມຽນ​ມາ ແມ່ນ​ຄູ່​ຮ່ວມ​ມື​ທີ່​ມີຄວາມໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ ລັດ​ເຊຍ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ພ້ອມ​ແລ້ວ​ທີ່​ຈະ​ເປີດກວ້າງ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ. ພ້ອມ​ທັງຮຽກ​ຮ້ອງ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ ​ລັດ​ເຊຍ ເພີ່ມ​ທະ​ວີ​ການ​ລົງ​ທຶນ​ຢູ່ ມຽນ​ມາ.