ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: AFP/TTXVN) |
ກ່າວຄຳເຫັນຕໍ່ວົງການການນຳສື່ມວນຊົນ ລັດເຊຍ ທ່ານປະທານາທິບໍດີ Putin ໃຫ້ຮູ້ວ່າ: “ໃນໄລຍະນີ້, ການປັບປຸງສາຍພົວພັນ 2 ຝ່າຍ ບໍ່ຂຶ້ນກັບ ລັດເຊຍ ຫາກຂຶ້ນກັບຝ່າຍ ອາເມລິກາ. ບໍ່ຮູ້ວ່າ ອາເມລິກາ ຈະຮັບຮູ້ໄດ້ຫຼືບໍ່ ວ່າພາຍຫລັງທຸກສິ່ງທຸກຢ່າງ, ເຂົາເຈົ້າກໍ່ເອົາໃຈໃສ່ເຖິງເລື່ອງປັບປຸງການພົວພັນກັບ ລັດເຊຍ ຄືເອົາໃຈໃສ່ເຖິງຜົນປະໂຫຍດແຫ່ງຊາດຂອງເຂົາເຂົ້າ?”.
ນອກນັ້ນ, ທ່ານ Putin ກໍ່ຖະແຫຼງວ່າ ບັນດາຄຳກ່າວຫາຂອງ ວໍຊິງຕັນ ວ່າ ມົດສະກູ ແຊກແຊງເຂົ້າໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ນັ້ນແມ່ນໄຮ້ເຫດຜົນຢ່າງສິ້ນເຊິງ. ທ່ານ Putin ຫວັງວ່າ ອຳນາດການປົກຄອງ ວໍຊິງຕັນ ຈະຮັບຮູ້ໄດ້ວ່າ ບັນດາຄຳກ່າວຫາຄືດັ່ງກ່າວ ພວມກໍ່ຄວາມເສຍຫາຍເຖິງຜົນປະໂຫຍດຂອງ ອາເມລິກາ.

