ທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas (ພາບ: AFP/TTXVN))

ເລື່ອງແຕ່ງຕັ້ງທ່ານ Abbas ຄືນໃໝ່ໄດ້ດຳເນີນໃນທ້າຍກອງປະຊຸມທີ່ແກ່ຍາວເປັນເວລາ 4 ວັນຂອງ PNC ຢູ່ນະຄອນ Ramallah ຂຶ້ນກັບເຂດຝັ່ງຕາເວັນຕົກ. ທີ່ເຫດການດັ່ງກ່າວ, PNC ໄດ້ເລືອກຕັ້ງສະມາຊິກຄົນໃໝ່ 9 ຄົນຂອງຄະນະກຳມະການບໍລິຫານ, ອົງການສູງສຸດຂອງ PLO. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Azzam Al-Ahmad ແມ່ນໜຶ່ງໃນຈຳນວນສະມາຊິກຄົນໃໝ່ 9 ຄົນຂອງຄະນະກຳມະການບໍລິຫານເນັ້ນໜັກວ່າ ທ່ານປະທານາທິບໍດີ Abbas ໄດ້ຮັບການເລືອກຕັ້ງເປັນປະທານຄະນະກຳມະການບໍລິຫານຂອງ PLO ພາຍຫລັງບັນດາສະມາຊິກໃນຄະນະກຳມະການນີ້ ດຳເນີນການປຶກສາຫາລືພາຍໃນ.

ນີ້ແມ່ນກອງປະຊຸມຄູັ້ງທີ 23 ຂອງ PNC ນັບແຕ່ເມື່ອສ້າງຕັ້ງ ແລະ ກໍ່ແມ່ນກອງປະຊຸມທຳອິດນັບແຕ່ເມື່ອປີ 2009 ເປັນຕົ້ນມາ.