ໃນວັນທີ 27 ສິງຫາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ເຊັນປະກາດໃຊ້ລັດຖະບັນຍັດບໍລິຫານ ປ່ຽນຊື່ບຶງ Ontario, ໜຶ່ງໃນຫ້າບຶງໃຫຍ່ທີ່ຕັ້ງຢູ່ກາງ ລະຫວ່າງລັດ New York ຂອງ ອາເມລິກາ ແລະ ລັດ Ontario ຂອງ ການາດາ ມາເປັນ “Lake America” (ບຶງ ອາເມລິກາ) ໃນລະບົບຊື່ພູມສາດຂອງລັດຖະບານ ອາເມລິກາ. ທ່ານ Donald Trump ປະກາດວ່າ ຂໍ້ຕົກລົງນີ້ ຈະມີຜົນສັກສິດໃນທັນທີ, ໃນສະພາບການຄວາມເຄັ່ງຕຶງດ້ານການຄ້າ ລະຫວ່າງ ວໍຊິງຕັນ ແລະ ອອດຕາວາ ພວມສືບຕໍ່ເພີ່ມຂຶ້ນ.
ກ່າວຄຳເຫັນຢູ່ຫ້ອງຮູບໄຂ່ກ່ອນທີ່ຈະເຊັນຄຳສັ່ງ, ທ່ານປະທານາທິບໍດີ Trump ໃຫ້ຮູ້ວ່າ ອາເມລິກາ ໄດ້ສຳເລັດບັນດາລະບຽບການບໍລິຫານ, ເອກະສານທີ່ຈຳເປັນ ແລະ ແຈ້ງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງແລ້ວ. ທ່ານ Trump ກໍ່ຢັ້ງຢືນວ່າ ຊື່ໃໝ່ ໄດ້ຮັບການນຳໃຊ້ຢູ່ ອາເມລິກາ ຢ່າງເປັນທາງການແລ້ວ. ໃນເຫດການຫຼ້າສຸດ, ທ່ານ Mark Carney ນາຍົກລັດຖະມົນຕີ ການາດາ ຢັ້ງຢືນວ່າ ຊື່ ບຶງ Ontario ມີປະຫວັດສາດອັນຍາວນານ ແລະ ປະຊາຊົນ ການາດາ ຈະສືບຕໍ່ນຳໃຊ້ຊື່ນີ້ໂດຍບໍ່ສົນໃຈຕໍ່ບັນດາການປ່ຽນແປງຈາກພາຍນອກ.
