(ພາບ: REUTERS)
ອາເມລິກາ ຢາກຈັດການເຈລະຈາຮອບໃໝ່ກັບ ຢູແກຼນ ແລະ ລັດເຊຍ ໃນທ້າຍເດືອນ ຕຸລາ ເພື່ອຢຸດຕິການປະທະກັນທີ່ແກ່ຍາວມາເປັນເວລາກວ່າ 4 ປີຜ່ານມາ. ຂໍ້ມູນດັ່ງກ່າວໂດຍ ທ່ານ Volodymyr Zelensky, ປະທານາທິບໍດີ ຢູແກຼນ ໃຫ້ຮູ້ໃນວັນທີ 04 ຕຸລາ, ທີ່ກອງປະຊຸມຖະແຫຼງຂ່າວກັບ ທ່ານ Friedrich Merz, ນາຍົກລັດຖະມົນຕີ ເຢຍລະມັນ ທີ່ພວມມີການຢ້ຽມຢາມ ກີແອັບ.
ທ່ານປະທານາທິບໍດີ Zelensky ໃຫ້ຮູ້ວ່າ ວໍຊິງຕັນ ພວມຕິດຕໍ່ປະສານກັບ ກີແອັບ ແລະ ມົດສະກູ, ສະເໜີວິທີການຈັດການເຈລະຈາຂັ້ນເຕັກນິກ 3 ຝ່າຍກ່ອນທ້າຍເດືອນ ຕຸລາ ນີ້. ເມື່ອແລກປ່ຽນກັບນັກເຈລະຈາ ອາເມລິກາ, ທ່ານ Zelensky ໄດ້ສະແດງຄວາມເຫັນວ່າ ຢູແກຼນ ພ້ອມແລ້ວທີ່ຈະສະໜັບສະໜູນແຜນການດັ່ງກ່າວ. ການນຳ ຢູແກຼນ ບໍ່ເຜີຍໃຫ້ຮູ້ວ່າ ການເຈລະຈາຈະຈັດຂຶ້ນຢູ່ໃສ, ແຕ່ໄດ້ກ່າວວ່າ ຢູແກຼນ ຈະບໍ່ຄັດຄ້ານຕໍ່ບັນດາສະຖານທີ່ຈັດການເຈລະຈາກ່ອນໜ້ານີ້, ຫຼື ປະເທດໃດທີ່ ອາເມລິກາ ສະເໜີ.
