|
(ພາບປະກອບ: AFP/TTXVN) |
ພ້ອມທັງກໍ່ຄາດຄະເນວ່າ ການພົບປະທີ່ໄດ້ຮັບຄວາມເຫັນດີເຫັນພ້ອມລະຫວ່າງທ່ານ ແລະ ການນຳ Kim Jong un ໃນເດືອນ ພຶດສະພາ ຈະມາເຖິງ “ບັນລຸໄດ້ຜົນສຳເລັດອັນໃຫຍ່ຫຼວງ”.
ທ່ານ Trump ກໍ່ສະແດງຄວາມເຊື່ອໝັ້ນຕໍ່ຄຳຖະແຫຼງຂອງສປປ.ເກົາຫຼີ “ຈະບໍ່ຍິງລູກສອນໄຟ” ໃນເວລາ 2 ຝ່າຍດຳເນີນວຽກງານກະກຽມໃຫ້ແກ່ການພົບປະຄັ້ງປະຫວັດສາດຈະມາເຖິງ.
ໃນຂະນະນັ້ນ, ທ່ານນາງອະດີດລັດຖະມົນຕີການຕ່າງປະເທດອາເມລິກາ Hillary Clinton ບໍ່ເຊື່ອໝັ້ນຕໍ່ຄວາມສາດມາດບັນລຸໄດ້ຄວາມຄືບໜ້າໃນການພົບປະຈະມາເຖິງ. ທ່ານນາງໃຫ້ຂໍ້ສັງເກດວ່າ, ປະຈຸບັນ, ກະຊວງການຕ່າງປະເທດອາເມລິກາ ພວມຂາດເຂີນບັນດານັກການທູດຜູ້ທີ່ມີປະສົບການກ່ຽວກັບບັນຫາສປປ.ເກົາຫຼີ ເພື່ອເຂົ້າຮ່ວມການພົບປະກັບການນຳ Kim Jong un. ສ່ວນທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳສະຫະປະຊາຊາດ Bill Richardson ໄດ້ຊົມເຊີຍເລື່ອງທ່ານປະທານາທິບໍດີ Trump ເຫັນດີກັບຂໍສະເໜີເຈລະຈາຂອງການນຳສປປ.ເກົາຫຼີ, ແຕ່ກໍ່ສະແດງຄວາມວິຕົກກັງວົນວ່າ ທ່ານ Trump “ມີການກະກຽມບໍ່ພຽງພໍ ແລະ ບໍ່ມີຫຼັກການ”.

