ປະທານາທິບໍດີລາອອກຈາກຕຳແໜ່ງເພື່ອຮັບປະກັນໄລຍະມອບໂອນສິດອຳນາດໂດຍສັນຕິພາບ. ທ່ານ Gotabaya Rajapaksa ໄດ້ເຫັນດີລາອອກຈາກຕຳແໜ່ງພາຍຫຼັງທີ່ທ່ານນາຍົກລັດຖະມົນຕີ Ranil Wickremesinghe ມີການກະທຳເຊັ່ນດຽວກັນພຽງສອງສາມຊົ່ວໂມງ

ແລະກໍ່ໃນວັນທີ 9 ກໍລະກົດຜູ້ແຫ່ຂະບວນປະທ້ວງນັບ 1.000 ຄົນ ໄດ້ເຄື່ອນໄປຍັງ Colombo ມ້າງທຳລາຍລະບົບກຳແພງ ແລະ ບຸກເຂົ້າທຳນຽບ ປະທານາທິບໍດີຂອງປະເທດນີ້ ແນໃສ່ສະແດງຄວາມບໍ່ພໍ່ໃຈ ຕໍ່ບັນດາຄວາມຫຍຸ້ງຍາກທີ່ເຂົາໄດ້ປະສົບໃນການດຳລົງຊີວິດ. ປະເທດສີລັງກາ ເຄີຍຖືກຂະໜານນາມວ່າແມ່ນແກ້ວມະນີມະຫາສະໝຸດອິນເດຍພວມຢືນຢູ່ຕໍ່ໜ້າວິກິດການເສດຖະກິດ.