ທ່ານປະທານາທິບໍດີຝລັ່ງ Emmanuel Macron

(ພາບປະກອບ: EPA/TTXVN)

ທ່ານປະທານາທິບໍດີ Macron ກໍ່ເນັ້ນໜັກວ່າ ທ່ານເຄົາລົບຄຳຕັນສິນທີ່ສະແດງໃຫ້ເຫັນສິດຂອງປະຊາຊົນອັງກິດ ເມື່ອເລືອກເຟັ້ນການຖອນອອກຈາກອີຢູ, ພ້ອມທັງຢືນຢັນວ່າ, ຈຸດເວລາເລີ່ມຕົ້ນການເຈລະຈາກ່ຽວກັບບັນຫາຖອນອອກຈາກ ອີຢູ ແມ່ນບາດລ້ຽວທີ່ສຳຄັນ. ສ່ວນທ່ານນາງ Theresa May ໄດ້ຢືນຢັນຄືນໃໝ່ເຖິງການຮັກສາແຜນການເຈລະຈາ Brexit, ໂດຍບໍ່ຫົວຊາຕໍ່ບັນດາການເຈລະຈາກ່ຽວກັບການສ້າງຕັ້ງລັດຖະບານທີ່ພວມດຳເນີນຢູ່ອັງກິດ.

ພາຍຫຼັງການເຈລະຈາ, ການນຳ 2 ທ່ານໄດ້ປະກາດແຜນການກະທຳລວມກ່ຽວກັບການຕໍ່ສູ້ຕ້ານລັດທິຫົວຮຸນແຮງທາງອິນເຕີແນັດ, ເຊິ່ງຕາມນັ້ນແລ້ວ ມຸ່ງໄປເຖິງການເພີ່ມຄວາມກົດດັ່ນຕໍ່ບັນດາກຸ່ມບໍລິສັດອິນເຕີແນດ ແລະ ສື່ສັງຄົມສະກັດກັ້ນບັນດາບົດກ່າວປາໄສທີ່ມີເນື້ອໃນອາຄານບາດໝາງ ແລະ ໂຄສະນາຂອງພວກກໍ່ການຮ້າຍ.