ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈ້ຽນ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນເພື່ອອວຍພອນ ສັງຄະລາດເຂດຊາວຄຼິດ ນະຄອນ ໂຮ່ຈີມິນ

ທ່ານປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈ້ຽນ ໄດ້ຕີລາຄາສູງການຮ່ວມເດີນທາງຂອງ ສັງຄະລາດເຂດຊາວຄຼິດ ນະຄອນ ໂຮ່ຈີມິນ ແລະ ບັນດາຄຸນພໍ່, ຊາວຄຼິດ ທີ່ໄດ້ຮ່ວມແຮງຮ່ວມໃຈ ມານະພະຍາຍາມພ້ອມກັບທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນເຮັດສຳເລັດບັນດາໜ໋າທີ່ ເສດຖະກິດ - ສັງຄົມ 2024

ໃນໄລຍະຈະມາເຖິງ, ທ່ານ ໂດ້ວັນຈຽນ ຫວັງວ່າຈະສືບຕໍ່ໄດ້ຮັບການຮ່ວມມື ແລະ ການສະໜັບສະໜູນຂອງສະມາຄົມຄິດທະສາສະໜາ ໃນບັນດາໂຄງການພັດທະນາ:

ສ່ວນ ສັງຄະລາດເຂດຊາວຄຼິດ ນະຄອນ ໂຮ່ຈີມິນ , ປະທານສະພາສັງຄະລາດຫວຽດນາມ ຫງວຽນວັນນັງ ໄດ້ສະແດງຄວາມປິຕິຊົມຊື່ນ ແລະ ພາກພູມໃຈທີ່ໄດ້ຮັບຄວາມເອົາໃຈໃສ່ຈາກການນຳພັກ, ລັດ ແລະ ບັນດາຜົນງານອັນໃຫຍ່ຫຼວງຂອງປະເທດຊາດ. ພ້ອມທັງແບ່ງປັນຄວາມມານະພະຍາຍາມ ຂອງສະມາຄົມຄຼິດທະສາສະໜາ ໃນກິດຈະກໍາສັງຄົມ, ສິ່ງແວດລ້ອມແລະໂຄງການເພື່ອການກຸສົນ.