ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທງເໝີນ ເຮັດວຽກກັບການນຳແຂວງ ຫວີງຟຸກ |
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານ ເຈິ່ນແທງເໝີນ ຕີລາຄາສູງໝາກຜົນທີ່ບັນລຸໄດ້ຂອງແຂວງ ຫວີງຟຸກ ໃນການປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່, ພິເສດແມ່ນການພັດທະນາກະສິກຳເຕັກໂນໂລຢີສູງ. ທ່ານປະທານ ເຈິ່ນແທງເໝີນ ປາດຖະໜາວ່າ ທາງແຂວງຈະສືບຕໍ່ຍົກສູງຄຸນນະພາບໂຄງການກໍ່ສ້າງຊົນນະບົດໃໝ່, ເອົາໃຈໃສ່ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.
ເນື່ອງໃນໂອກາດນີ້, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທງເໝີນ ກໍ່ໄດ້ຢ້ຽມຢາມ, ມອບຂອງຂວັນໃຫ້ 10 ຄອບຄົວເປົ້າໝາຍນະໂຍບາຍ, ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນຕາແສງ ຕາມເຮີບ, ເມືອງ ບີງຊວຽນ.

