ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີ່ນແທງເໝີນ

ມອບລົດຖີບໃຫ້ນັກຮຽນທຸກຍາກເມືອງວິ້ງແທ້ງ,ເກີນເທີ

(ພາບ: nhandan.com.vn)

ກ່າວຄຳເຫັນທີ່ພິທີ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີ່ນແທງເໝີນ ເນັ້ນໜັກວ່າ, ວິ້ງແທ້ງ ແມ່ນເມືອງຫ່າງໄກຊອກຫຼີກຂອງນະຄອນເກີນເທີ, ປະຈຸບັນການໄປມາຢູ່ບໍລິເວນນີ້ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍ, ບັນດານັກຮຽນໄປໂຮງຮຽນປະສົບກັບຄວາມລຳບາດທີ່ສຸດ. ລົດຖີບທີ່ມອບໃຫ້ພວກນ້ອງນັ້ນຈະສ້າງເງື່ອນໄຂເພື່ອຊ່ວຍໃຫ້ພວກນ້ອງມີພາຫະນະໄປໂຮງຮຽນ. ທ່ານ ເຈີ່ນແທງເໝີນ ສະເໜີໃຫ້ອຳນາດການປົກຄອງ, ແນວໂຮມປະເທດຊາດທຸກຂັ້ນ ຄວນເອົາໃຈໃສ່ເຖິງຂະແໜງສຶກສາຫຼາຍກວ່າອີກ.