|
ອວຍພອນ ພະມະຫາອາຈານທິ໋ດໂຟເຕັ້ວ (ພາບ: vietnamplus.vn) |
ຢູ່ທີ່ນີ້, ທ່ານປະທານຄະນະກຳມະມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີ່ນແທງເມີ້ນ ຖືວ່າ ສະມາຄົມພຸດທະສາສະໜາຫວຽດນາມ ຍາມໃດກໍ່ແມ່ນສະມາຊິກທີ່ຕັ້ງໜ້າຂອງແນວໂຮມປະເທດຊາດຫວຽດນາມ. ທ່ານ ເຈີ່ນແທງເມີ້ນ ປາດຖະໜາວ່າ: ດ້ວຍບົດບາດ ແລະ ອິດທິພົນຊື່ສຽງຂອງຕົນ, ທ່ານປະທານສະມາຄົມພຸດທະສາສະໜາຫວຽດນາມ ທິ໋ກໂຟເຕັ້ວ ຈະສືບຕໍ່ແນະນຳ, ຂົນຂວາຍພະສົງສຳມະເນັນ, ພຸດທະສາສະນິກກະຊົນ ສະໜັບສະໜູນບັ້ນຂົນຂວາຍໂດຍແນວໂຮມປະເທດຊາດຫວຽດນາມ ປຸກລະດົມ, ປະກອບສ່ວນເຂົ້າໃນການກໍ່ສ້າງກຸ່ມກ້ອມມະຫາສາມັກຄີທົ່ວປວງຊົນທັນຊາດ ໃຫ້ນັບມື້ນັບເຂັ້ມແຂງ, ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດສ້າງສາ, ພັດທະນາບ້ານເກີດເມືອງນອນ, ປະເທດຊາດໃຫ້ນັບມື້ນັບຮັ່ງມີ, ເຂັ້ມແຂງ, ສີວິໄລ.

