ເນື້ອໃນຕົ້ນຕໍຂອງກອງປະຊຸມທີ່ກ່ຽວຂ້ອງເຖິງບັນດາບັນຫາສຳຄັນຂອງສະພາບເສດຖະກິດ ແລະ ສັງຄົມຂອງ ກູບາ, ຜົນກະທົບຂອງບັນດາປັດໄຈຜິດປົກກະຕິໃນການເຄື່ອນໄຫວການຄ້າຕ່າງປະເທດ, ສະພາບງົບປະມານແຫ່ງລັດ ແລະ ໜີ້ສາທາລະນະ, ກໍ່ຄືໝາກຜົນແຫ່ງການກວດກາລະດັບຊາດກ່ຽວກັບການເຄື່ອນໄຫວຕ້ານການສໍ້ລາດບັງຫລວງ ແລະ ບັນດາມາດຕະການແນໃສ່ສະກັດກັ້ນສະພາບການດັ່ງກ່າວ ໃນໂຄງການກໍ່ສ້າງຢູ່ຕົວເມືອງ ແລະ ຊົນນະບົດ. ພ້ອມກັນນັ້ນ, ທ່ານປະທານ Miguel Diaz –Canel ກໍ່ພິຈາລະນາເລື່ອງຜັນຂະຫຍາຍແຜນການເສດຖະກິດ 2018 ໃນໄຕມາດ 1 ຂອງປີນີ້.