ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro

(ພາບ: EPA/TTXVN)

ທ່ານ Nicolas Maduro ໄດ້ຮັບ ບັດສະໜັບສະໜູນກວ່າ 5,8 ລ້ານບັດ. ຢືນອັນດັບທີສອງແມ່ນ ຜູ້ສະໝັກເລືອກຕັ້ງຝ່າຍຄ້ານ Henri Falcon ດ້ວຍຈຳນວນ ບັດສະໜັບສະໜູນ 1,8 ລ້ານບັດ. ການເລືອກຕັ້ງຢູ່ ເວເນຊູເອລາ ໄດ້ດຳເນີນໃນສະພາບການປະເທດນີ້ພວມປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ ທັງໃນດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ໂດຍບັນດາກົນອຸບາຍມ້າງເພທຳລາຍຂອງບັນດາອິດທິກຳລັງທີ່ເປັນປໍລະປັກພາຍໃນປະເທດ, ກໍຄື ກຳລັງດັນຈາກພາຍນອກ.

ກ່ອນໜ້ານັ້ນ, ວັນທີ 20 ພຶດສະພາ, ເມື່ອກ່າວຄຳເຫັນຕໍ່ສື່ມວນຊົນ ພາຍຫຼັງການປະຕິບັດສິດຂອງພົນລະເມືອງຢູ່ສະຖານທີ່ປ່ອນບັດເລືອກຕັ້ງທີ່ນະຄອນຫຼວງ Caracas, ທ່ານປະທານາທິບໍດີ Nicolas Maduro ຢັ້ງຢືນວ່າ ນີ້ແມ່ນຈຸດເວລາຕ້ອງລົບລ້າງຄວາມຄຽດແຄ້ນ ເພື່ອການພັດທະນາລວມຂອງປະເທດຊາດ. ທ່ານປະທານາທິບໍດີ Nicolas Maduro ໃຫ້ຮູ້ວ່າ ຈະສະເໜີປະຕິບັດການປ່ຽນແປງຫຼາຍຢ່າງ ເພື່ອຮັບມືກັບວິກິດການດ້ານເສດຖະກິດ, ກໍຄືດຳເນີນການໂອ້ລົມສົນທະນາ ເພື່ອຄວາມປອງດອງຊາດ. ທ່ານປະທານາທິບໍດີ Nicolas Maduro ກໍຮຽກຮ້ອງລັດຖະບານບັນດາປະເທດທີ່ເປັນປໍລະປັກ ຢຸດຕິບັ້ນເຄື່ອນໄຫວທີ່ບິດເບືອນ ກັບສະພາບຄວາມເປັນຈິງຂອງ ເວເນຊູເອລາ.