ທ່ານ Nuri Abdel ປະທານຄະນະກຳມະການສາມັກຄີອາຊີ-ອາຟຼີກາ |
ນັ້ນແມ່ນພະຍານຫຼັກຖານປະຫວັດສາດພິສູດໃຫ້ເຫັນຄວາມສາມັກຄີ ສະໜິດຕິດພັນຂອງນ້ຳໃຈມິດຕະພາບ ຫວຽດນາມ ແລະ ອີຢີບ. ທ່ານ Reda El Taify ເອກອັກຄະລັດຖະທູດອີຢີບ ປະຈຳຫວຽດນາມ ຢືນຢັນວ່າ:
“ພວກຂ້າພະເຈົ້າເຄົາລົບນັບຖືປະທານໂຮ່ຈີມິນ ທີ່ສຸດ. ເພິ່ນແມ່ນໜຶ່ງໃນບັນດາການນຳໃນໂລກທີ່ມີບົດບາດສຳຄັນທີ່ສຸດ ໃນການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ ແລະ ການເສຍສະຫຼະອັນໃຫ່ຍຫຼວງຂອງເພິ່ນ ໄດ້ປະກອບສ່ວນສ້າງເປັນປະຫວັດສາດຫວຽດນາມ. ປະຊາຊົນໂລກ ແລະ ຊາວອີຢີບ ບໍ່ມີວັນທີ່ຈະຫຼົງລື່ມໄດ້ບົດບາດຂອງປະທານໂຮ່ຈີມິນ-ການນຳຜູ້ປີຊາສາມາດ”.
ທ່ານ Nuri Abdel ປະທານຄະນະກຳມະການສາມັກຄີອາຊີ-ອາຟຼີກາ, ເຖິງວ່າມີອາຍຸ 90 ປີແລ້ວກໍ່ຕາມແຕ່ຍັງຈື່ຈຳ ແລະ ມີຄວາມເອກະອ້າງທະນົງໃຈທີ່ໄດ້ພົບປະກັບປະທານໂຮ່ຈີມິນເມື່ອປີ 1950 ຢູ່ປະເທດຈີນ. ສຳລັບທ່ານແລ້ວ, ປະທານໂຮ່ຈີມິນ ແມ່ນການນຳຜູ້ມີຄວາມປີຊາສາມາດແຕ່ລຽບງ່າຍ, ມີຄວາມສະຫນິດຕິດພັນກັບປະຊາຊົນ.
“ຂ້າພະເຈົ້າເຄີຍພົບປະກັບການນຳໃຫ່ຍ ແລະ ມີຜົນສະທ້ອນໃນໂລກຫຼາຍທ່ານແລ້ວ. ແຕ່ໃນຄາວນັ້ນ, ປະທານໂຮ່ຈີມິນ ແມ່ນການນຳອັນດັບໜຶ່ງຂອງໂລກຫຼັງສົງຄາມໂລກຄັ້ງທີ 2 ດ້ວຍໄຊຊະນະຂອງທະຫານແດງໂຊວຽດ. ເພິ່ນໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນໃຫ້ແກ່ການຕໍ່ສູ້ປົດປ່ອຍຊາດ ແຕ່ເພີ່ນແມ່ນຜູ້ມີຊີວິດທີ່ລຽບງ່າຍ ແລະ ຍາມໃດກໍ່ຮັກແພງປະຊາຊົນ”.

