ທ່ານປະທານປະເທດ ຈີນ ສີຈີ້ນຜິງ ໄດ້ມີການຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ James Mattis (ພາບ: Chinanews) |
ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານປະທານປະເທດ ຈີນ ສີຈີ້ນຜິງ ຖືວ່າ: ການພົວພັນ ຈີນ - ອາເມລິກາ ພວມພັດທະນາຢ່າງດີງາມ ບໍ່ພຽງແຕ່ມີຜົນປະໂຫຍດໃຫ້ປະຊາຊົນ 2 ປະເທດເທົ່ານັ້ນ ຫາກຍັງມີຜົນປະໂຫຍດໃຫ້ສັນຕິພາບ, ສະຖຽນລະພາບ, ການພັດທະນາຢູ່ພາກພື້ນ ແລະ ໂລກອີກດ້ວຍ. 2 ຝ່າຍຄວນຮັດແຄບບັນດາຄວາມບໍ່ລົງລອຍກັນມຸ່ງໄປເຖິງຜົນປະໂຫຍດລວມໃນຂົງເຂດຕ່າງໆ.
ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ James Mattis ໃຫ້ຮູ້ວ່າ: ອາເມລິກາ ຖືເປັນສຳຄັນການພົວພັນ ຈີນ - ອາເມລິກາ, ໃນນັ້ນ ການພົວພັນລະຫວ່າງກອງທັບ 2 ປະເທດສວມບົດບາດສຳຄັນຍິ່ງ. ອາເມລິກາ ປາດຖະໜາຢາກໃຫ້ 2 ຝ່າຍ ເພີ່ມທະວີການແລກປ່ຽນຍຸດທະສາດ, ເປີດກ້ວາງການຮ່ວມມື, ຄຸ້ມຄອງຄວາມບໍ່ລົງລອຍກັນເປັນຢ່າງດີ, ຫຼີກລ້ຽງການປະທະກັນ, ສູ້ຢັນກັນ, ນຳການພົວພັນລະຫວ່າງກອງທັບ 2 ປະເທດກາຍເປັນປັດໄຈຊຸກຍູ້ການພັດທະນາ 2 ປະເທດ.

