ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ຊີ້ແຈງວ່າ ປະທານກຳມະບານຮາກຖານ 70 ທ່ານ ແມ່ນບັນດາແບບຢ່າງທີ່ດີເດັ່ນ, ສະແດງໃຫ້ເຫັນຈິດໃຈຮັບຜິດຊອບ, ຄຸນນະທາດ, ພູມປັນຍາຂອງພະນັກງານກຳມະບານຫວຽດນາມ ຊຶ່ງໄດ້ ແລະ ພວມຮ່ວມເດີນທາງພ້ອມກັບຖັນແຖວກຳມະກອນ, ຊາວນາ, ປັນຍາຊົນ, ນັກທຸລະກິດ ແລະ ທົ່ວທັງຊາດ ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ກ່າວວ່າ :
“ ເອົາໃຈໃສ່ຄົ້ນພົບ, ບຳລຸງສ້າງພະນັກງານກຳມະບານຮາກຖານ, ເປັນຕົ້ນແມ່ນປະທານກຳມະບານຮາກຖານຢູ່ວິສາຫະກິດນອກລັດ ແລະ ວິສາຫະກິດທີ່ມີເງິນລົງທຶນຂອງຕ່າງປະເທດ. . ປ່ຽນແປງໃໝ່ທາງດ້ານເນື້ອໃນ, ແບບວິທີການບຳລຸງສ້າງ ພະນັກງານກຳມະບານ ນັບທັງຄວາມຮັບຮູ້ດ້ານການເມືອງ, ນະໂຍບາຍ, ກົດໝາຍ. ຕ້ອງເສີມຂະຫຍາຍຄວາມສາມາດປະດິດຄິດສ້າງ, ອັບເດັດ ແລະ ສ້າງເນື້ອໃນ, ຍົກສູງລະດັບຄວາມຮູ້ ຕອບສະໜອງຄວາມຮຽກຮ້ອງຕ້ອງການຕົວຈິງຂອງພະນັກງານກຳມະບານ ”
