ທ່ານປະທານປະເທດ ຫງວຽນຊວນຟຸກ ຍ່າງກວດກອງກຽດຕິຍົດຕຳຫຼວດປະຊາຊົນ |
ກ່າວຄຳເຫັນທີ່ການພົບປະເຮັດວຽກ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຕີລາຄາສູງກົມປ້ອງກັນຄວາມສະຫງົບພາຍໃນ ໃນການຮັບປະກັນຄວາມສະຫງົບ ແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພສັງຄົມ. ໃນໄລຍະຈະມາເຖິງ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຮຽກຮ້ອງໃຫ້ກົມປ້ອງກັນຄວາມສະຫງົບພາຍໃນ ສຸມໃສ່ກໍ່ສ້າງກຳລັງໃຫ້ທັນສະໄໝ, ມີຄວາມເກັ່ງກ້າທາງດ້ານວິຊາສະເພາະ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ໜ້າທີ່ໃນໄລຍະໃໝ່. ທາງກົມ ຕ້ອງໄດ້ເສີມຂະຫຍາຍບົດບາດຂອງຕົນໃນທຸກດ້ານໃນການປົກປັກຮັກສາຄວາມສະຫງົບ ແຫ່ງຊາດ.

