ທ່ານປະທານປະເທດ ຫວໍວັນເຖືອງ ມອບເຄື່ອງທີ່ລະນຶກໃຫ້ແກ່ ທ່ານ Doskozi ຜູ້ວ່າການລັດ Burgenland |
ນະທີ່ນີ້, ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີ ຜູ້ວ່າການລັດ Doskozil ສົ່ງເສີມບັນດາວິສາຫະກິດຂອງລັດ Burgenland ຂຸດຄົ້ນກາລະໂອກາດການລົງທຶນ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ ບົນພື້ນຖານບັນດາທ່າແຮງທີ່ພວມມີຢູ່ແລ້ວ, ໜູນຊ່ວຍຫວຽດນາມ ໃນຂົງເຂດພະລັງງານທົດແທນ ແລະ ການເຕີບໂຕສີຂຽວ; ສະໜັບສະໜູນເພື່ອໃຫ້ລັດ Burgenland ສ້າງຕັ້ງການພົວພັນຄູ່ຮ່ວມມື ແລະ ແລກປ່ຽນຄະນະຜູ້ແທນກັບບາງທ້ອງຖິ່ນຂອງຫວຽດນາມ ທີ່ມີຫຼາຍຈຸດຄ້າຍຄືກັນໃນດ້ານເສດຖະກິດ - ສັງຄົມ, ວັດທະນະທຳ ແລະ ການທ່ອງທ່ຽວ, ຜ່ານນັ້ນ ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ - ໂອຕາລິດ

